ດັດຊະນີຊີ້ວັດປະເທດບໍ່ມີການສໍ້ລາດບັງຫລວງ ສິງກະໂປຕິດອັນດັບ 4 ລາວອັນດັບ 128 ຈາກ 180 ປະເທດ

ລາຍງານປະເທດສໍ້ລາດບັງຫລວງໜ້ອຍທີ່ສຸດໃນໂລກ ສິງກະໂປຕິດອັນດັບ 4, ສ່ວນລາວອັນດັບ 128 ຈາກ 180 ປະເທດ.

ວັນທີ 25 ມັງກອນ 2022, ອົງການຄວາມໂປ່ງໃສນາໆຊາດ (Transparency International) ອອກຜົນການຈັດອັນດັບ Corruption Perceptions Index (CPI) ປະຈຳປີ 2021 ຜົນປາກົດວ່າປະເທດເດນມາກຄອງອັນດັບ 1 ປະເທດທີ່ສໍ້ລາດບັງຫລວງໜ້ອຍທີ່ສຸດ ໂດຍອັນດັບຕົ້ນໆມາໄດ້ແກ່ຟິນແລນ, ນິວຊີແລນ, ນໍເວ, ສິງກະໂປ ແລະ ສະວີເດນຕາມລຳດັບ ໂດຍສາມປະເທດທຳອິດໄດ້ 88 ຄະແນນເທົ່າກັນ ຖືເປັນອັນດັບ 1 ຮ່ວມ, ສ່ວນສາມປະເທດຫລັງໄດ້ຄະແນນປະເມີນເທົ່າກັນ 85 ຄະແນນ ຈຶ່ງຄອງອັນດັບ 4 ຮ່ວມກັນ.

ການສຳຫລວດເຮັດຜ່ານດັດຊະນີທີ່ດຶງຂໍ້ມູນມາຈາກຖານຂໍ້ມູນຕ່າງໆໃນ 180 ປະເທດ.

ຄະແນນຂອງສິງກະໂປຖືວ່າຫລາຍທີ່ສຸດໃນພາກພື້ນອາຊີ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້, ສ່ວນປະເທດອາຊີອື່ນໆເຊັ່ນ: ຮົງກົງໄດ້ອັນດັບ 12 (76 ຄະແນນ), ຍີ່ປຸ່ນຢູ່ອັນດັບ 18 (73 ຄະແນນ).

ສ່ວນລາວ ຢູ່ອັນດັບ 128 (30 ຄະແນນ), ມາເລເຊຍອັນດັບທີ 62 (48 ຄະແນນ), ຫວຽດນາມ ອັນດັບ 87 (39 ຄະແນນ), ອິນໂດເນເຊຍອັນດັບ 96 (38 ຄະແນນ), ໄທອັນດັບ 110​ (35 ຄະແນນ), ສ່ວນຟີລິບປິນ, ມຽນມາ ແລະ ກຳປູເຈຍຢູ່ອັນດັບ 117, 140 ແລະ 157 ຕາມລຳດັບ.

ຄະແນນທີ່ປາກົດນີ້ ເກີດຈາກການຄິດໄລ່ດັດຊະນີຈາກຖານຂໍ້ມູນ 13 ແຫລ່ງ ຕິດຕາມຕົວເລກການຕິດສິນບົນ, ການຢັກຢອກເງິນຫລວງ, ໃຊ້ອຳນາດໜ້າທີ່ເອື້ອອຳນວຍຜົນປະໂຫຍດສ່ວນຕົວໂດຍບໍ່ຖືກລົງໂທດ, ຄວາມສາມາດຂອງລັດຖະບານໃນການຄວບຄຸມການສໍ້ລາດບັງຫລວງໂດຍເອກະຊົນ, ຊ່ອງຫວ່າງຂອງລະບົບລັດທີ່ອາດເອື້ອອຳນວຍໄປສູ່ການສໍ້ລາດບັງຫລວງ, ພາວະການສ້າງເຄືອຂ່າຍພວກພ້ອງ, ກົດໝາຍທີ່ກຳນົດໃຫ້ພາກລັດຕ້ອງເຜີຍຂໍ້ມູນກໍລະນີທີ່ອາດມີການທັບຊ້ອນກັນຂອງຜົນປະໂຫຍດ, ຂະບວນການປົກປ້ອງຜູ້ແຈ້ງເຫດສໍ້ລາດບັງຫລວງ, ການເຂົ້າເຖິງຂໍ້ມູນຂ່າວສານທີ່ປະຊາຊົນສາມາດກວດສອບພາກລັດໄດ້.

ສຳລັບພາບລວມໂລກໃນໄລຍະ 10 ປີຜ່ານມາ ມີ 86% ຂອງປະເທດທົ່ວໂລກທີ່ບໍ່ໄດ້ພັດທະນາຂຶ້ນເລີຍໃນແງ່ຂອງການສົ່ງເສີມໃຫ້ສໍ້ລາດບັງຫລວງໜ້ອຍລົງ, ປະເທດທີ່ໄດ້ຄະແນນໜ້ອຍໂດຍສ່ວນຫລາຍເປັນປະເທດທີ່ລະເມີດສິດທິພົນລະເມືອງ, ສິດທິມະນຸດ.

ເມື່ອປີ 2020 ມີນັກປົກປ້ອງສິດທິຖືກຄາດຕະກຳ 331 ກວ່າຄົນທົ່ວໂລກ 98% ໃນຈຳນວນນີ້ເກີດຂຶ້ນຢູ່ປະເທດທີ່ມີຄະແນນ CPI ຕໍ່າກວ່າ 45 ຄະແນນ.

ອ້າງອີງ:

https://www.transparency.org/en/cpi/2021/index/tha