ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປີ 2021 ແລະ ທິດທາງແຜນການປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ II ໃນວັນທີ 25 ມັງກອນ ນີ້ວ່າ: ໃນປີ 2021 ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແຂວງຫລວງພະບາງ ຢູ່ໃນລະດັບ 3,6% ຫລຸດຄາດໝາຍທີ່ມະຕິກອງປະຊຸມສະພາປະຊາຊົນແຂວງວາງໄວ້ 0,9% ຕາມແຜນຮັບຮອງແມ່ນ 4,5%. ຂະນະທີ່ແຜນການປີນີ້ຕັ້ງເປົ້າຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນເປັນ 5,6%.
ສໍາລັບການລົງທຶນຂອງລັດທັງໝົດມີ 210 ໂຄງການ ມູນຄ່າ 24,58 ຕື້ກີບ, ໃນນັ້ນ ຂັ້ນສູນກາງອະນຸມັດ 35 ໂຄງການ ມູນຄ່າ 11,68 ຕື້ກີບ ແລະ ຂັ້ນແຂວງອະນຸມັດ 175 ໂຄງການ ມູນຄ່າ 12,90 ຕື້ກີບ (ທຶນຮອນການລົງທຶນຂອງລັດມີຈໍາກັດ); ສ້າງເງື່ອນໄຂ, ອຳນວຍຄວາມສະດວກຕໍ່ການສະເໜີຂໍລົງທຶນຂອງພາກເອກະຊົນຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ວ່ອງໄວ, ໂປ່ງໃສ ປະຕິບັດໄດ້ 304 ຫົວໜ່ວຍ, ມູນຄ່າທຶນຈົດທະບຽນທັງໝົດ 1.626,85 ຕື້ກີບ, ລື່ນແຜນການປີ 76,69% (920,72 ຕື້ກີບ), ໃນນັ້ນການລົງທຶນຂອງຕ່າງປະເທດມີ 9 ໂຄງການ ມູນຄ່າ 185,86 ຕື້ກີບ.

ໃນນີ້ໃນສະພາບຟື້ນຟູການທ່ອງທ່ຽວໃນທ່າມກາງການລະບາດຂອງພະຍາດໂຄວິດ-19, ແຂວງຫວງພະບາງ ໄດ້ອະນຸມັດໂຄງການສຶກສາ-ສຳຫລວດຄວາມເປັນໄປໄດ້ ເພື່ອພັດທະນາທີ່ຢູ່ອາໄສ ແລະ ການທ່ອງທ່ຽວ ຄົບວົງຈອນມີ ບ້ານນາໄຊ, ບ້ານມ່ວງຄຳ ແລະ ບ້ານສະນົກ ເມືອງຈອມເພັດ ຂອງ ບໍລິສັດ ໂອເຊຍໂນ ຈຳກັດ ຊຶ່ງເປັນໂຄງການພັດທະນາເສດຖະກິດຕາມແລວທາງລົດໄຟລາວ-ຈີນ, ໂຄງການສຶກສາ-ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວພູຈອມຫວດ ແລະ ພູຫີນກອງ ຕິດພັນກັບທຳມະຊາດ ແລະ ກະສິກຳຄົບວົງຈອນ, ບ້ານນາສ້າງເຫວີຍ ແລະ ບ້ານຜານົມ ນະຄອນ-ຫຼວງພະບາງ ຂອງ ບໍລິສັດ ອິນຟີນິຕີ້ການທ່ອງທ່ຽວ ຈຳກັດ; ໂຄງການສຶກສາສຳຫລວດຄວາມເປັນໄປໄດ້ການພັດທະນາເຂດເສດຖະກິດໃໝ່ນິເວດວິທະຍາ, ກະສິກຳ ແລະ ການທ່ອງທ່ຽວແບບຍືນຍົງ (ຄົບວົງຈອນ) ຢູ່ແຂວງຫລວງພະບາງ ຂອງ ບໍລິສັດ ໂລຢູເວັ້ນເຈີ ແຄັບປີຕໍ (ລາວ) ຈຳກັດ, ໂຄງການສຶກສາ-ສຳຫລວດຄວາມເປັນໄປໄດ້ໃນການພັດທະນາຢູ່ບ້ານຊຽງມວກ, ບ້ານຫ້ວຍທອງ, ບ້ານນາແດດ ແລະ ບ້ານຂົວທີ 1 ເພື່ອໃຫ້ກາຍເປັນສວນພຶກສາສາດ ໃນການທ່ອງທ່ຽວແບບອະນຸລັກ ແລະ ວັດທະນະທຳ ຂອງບໍລິສັດ ແກ້ວໂພສີ ກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດ, ໂຄງການຂຸດຄົ້ນແຮ່ທາດແບບທົດລອງ ເພື່ອສົ່ງອອກຕາມນະໂຍບາຍຂອງລັດຖະບານເປັນຕົ້ນຫີນອ່ອນມາໂບ ຢູ່ນະຄອນ-ຫຼວງພະບາງ ແລະ ໂຄງການອື່ນໆ. ທັງໝົດນັ້ນ ເພື່ອແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19.