3 ຢ່າງທີ່ຄົນລວຍຊື້ແລ້ວມີຄວາມສຸກ

ເຖິງວ່າເງິນຈະຊື້ໄດ້ຫລາຍສິ່ງຫລາຍຢ່າງ, ແຕ່ມັນກໍບໍ່ສາມາດຊື້ບາງຢ່າງໄດ້ ໂດຍສະເພາະສິ່ງທີ່ເປັນນາມມະທຳ, ເປັນຄວາມຮູ້ສຶກນຶກຄິດ ເຊັ່ນ : ຄວາມສຸກ ຫລາຍຄົນອາດເຄີຍໄດ້ຍິນມາແບບນັ້ນຈົນລຶ້ງຫູ, ແຕ່ເຊື່ອຫລືບໍ່ວ່າ ຖ້າເຮົາຮູ້ຈັກວິທີໃຊ້ເງິນ ເຮົາກໍຊື້ຄວາມສຸກໄດ້ງ່າຍຫລາຍ ແລະ ໄດ້ຄວາມສຸກແທ້ໆນຳອີກ.
- ຊື້ປະສົບການຫລາຍກ່ວາສິ່ງຂອງ : ເມື່ອເຮົາມີເງິນ ມັນກໍບໍ່ຜິດທີ່ເຮົາຈະໃຫ້ລາງວັນຕົນເອງເປັນສິ່ງຂອງຫຍັງກໍໄດ້ຈັກອັນໜຶ່ງ ເຊັ່ນ : ເຄື່ອງນຸ່ງ, ແວ່ນຕາ, ໂມງ, ເຄື່ອງປະດັບ, ອາຫານແຊບໆ ແລະອື່ນໆ, ແຕ່ມັນຈະດີກ່ວານີ້ບໍ່ຖ້າເຮົາເອົາເງິນໄປຊື້ສິ່ງທີ່ມັນຫລາຍກ່ວາສິ່ງຂອງ, ຫົດຢືດໄດ້, ມີພັດທະນາ, ມີຄວາມຊົງຈຳ, ມີເລື່ອງລາວຫລາຍກ່ວານັ້ນ ? ລອງປ່ຽນເປັນອາຫານຈັກຄາບຮ່ວມກັບໝູ່, ໄປທ່ຽວຕ່າງແຂວງກັບແຟນ, ໄປຮັບຊົມຄອນເສີດຈັກງານ ແລະອື່ນໆ ອັນໃດກໍໄດ້ທີ່ເປັນກິດຈະກຳຕ່າງໆ ທ່ານຈະຮູ້ສຶກໄດ້ເລີຍວ່າການເສຍເງິນພຽງຄັ້ງດຽວ ໄດ້ຫຍັງກັບມາຫລວງຫລາຍ ບໍ່ວ່າຈະເປັນໄອເດຍ, ທັດສະນະຄະຕິ, ປະສົບການໃໝ່ໆ ນີ້ແມ່ນສິ່ງທີ່ກຸ້ມຄ່າຫລາຍກ່ວາເງິນທີ່ເສຍໄປ.
- ຊື້ເວລາ ( ເພາະເວລາມັນບໍ່ມີທາງຍ້ອນກັບມາໄດ້) : ເວລາເປັນຊັບພະຍາກອນທີ່ມີຄ່າຫລາຍທີ່ສຸດໃນໂລກນີ້ສຳລັບທຸກຄົນ, ແຕ່ບໍ່ມີໃຜຈະຊື້ມັນໄດ້ ແລະ ບໍ່ມີມື້ຈະຢຸດ, ເລັ່ງຄວາມໄວຂຶ້ນ ຫລື ເຮັດໃຫ້ຊ້າລົງໄດ້, ແຕ່ເຮົາຄວບຄຸມໄດ້ວ່າຈະໃຊ້ເວລາແນວໃດຢ່າງຊານສະຫລາດ ກຸ້ມຄ່າທີ່ສຸດ. ເຮັດວຽກຫລາຍອາດຈະເປັນເລື່ອງທີ່ດີ ແຕ່ການເຮັດວຽກຫັກໂຫມບໍ່ແມ່ນເລື່ອງທີ່ດີແນ່ນອນ ຢ່າເປັນຄົນຂີ້ງົກ ຫລື ມີຄວາມຄິດວ່າຈະຕ້ອງທ້ອນເງິນໃຫ້ຫລາຍກ່ວານີ້ ຍອມປ່ອຍເງິນ ປ່ອຍໂອທີ ເອົາເວລາໄປພັກຜ່ອນແດ່, ພົບປະຜູ້ຄົນແດ່, ສຸຂະພາບຂອງເຮົາມັນບໍ່ໄດ້ທົນທານດົນກ່ວາທີ່ເຮົາຄິດ ແລະ ຄົນອື່ນໆບາງຄົນກໍບໍ່ໄດ້ມີເວລາວ່າງລໍຖ້າເຮົາໄດ້ທຸກເວລາ, ຢາກລົມກັບໃຜກໍລົມ, ຢາກພັກຜ່ອນກໍພັກໃຫ້ເຕັມທີ່ ກ່ອນທີ່ເຮົາຈະບໍ່ມີໂອກາດອີກແລ້ວ.
- ຊື້ແລ້ວແບ່ງປັນໃຫ້ຄົນອື່ນ : ເຮັດການກຸສົນ ເຮັດບຸນເຮັດທານເລັກໆນ້ອຍໆ ກໍຊ່ວຍໃຫ້ເຮົາຮູ້ສຶກໄດ້ເຖິງຄວາມສຸກໃຈໃນພິບຕາ ມີແຕ່ພະລັງໃຈດ້ານບວກເຂົ້າມາເສີມພະລັງໃນຊີວິດ ຖືວ່າເປັນການຈ່າຍທີ່ກຸ້ມຄ່າທຸກຝ່າຍ ເພາະໂຕເຮົາທີ່ເປັນຜູ້ໃຫ້ກໍຮູ້ສຶກອີ່ມໃຈ, ຄົນອື່ນທີ່ຮັບໄປກໍອີ່ມທ້ອງອີ່ມໃຈຄືກັນ (ແຕ່ຈົ່ງໃຫ້ໃນແບບທີ່ເຮົາ ແລະ ເຂົາຕ່າງຝ່າຍບໍ່ເດືອດຮ້ອນເທົ່ານັ້ນ).
- ຈະລວຍ ຫລື ຈະທຸກຍາກ ບໍ່ສາມາດວັດແທກກັນໄດ້ເຖິງຄວາມສຸກ ເພາະຄວາມສຸກຢູ່ທີ່ຄວາມຄິດ ຖ້າຮູ້ຈັກແນມຫາ ຮູ້ຈັກໃຊ້ໃຫ້ເປັນ ຮູ້ຈັກບໍລິຫານໃຫ້ລົງໂຕ ໃຜວ່າຄວາມສຸກມັນເປັນເລື່ອງຍາກ.

