6 ວິທີເປັນຫົວໜ້າທີ່ລູກນ້ອງຮັກ ແລະ ຢາກຮ່ວມງານນຳ

ການທີ່ອົງກອນ ຫລື ບໍລິສັດຈະເຕີບໃຫຍ່ ແລະ ປະສົບຄວາມສຳເລັດໄດ້ນັ້ນ ຕ້ອງອາໄສປັດໄຈຫລາຍຢ່າງ ທັງໄອເດຍທຸລະກິດ,​ ແຜນການເຮັດທຸລະກິດ, ເງິນລົງທຶນ ແລະ ການມີຜູ້ນຳ – ຜູ້ຕາມທີ່ດີ, ເຈົ້າຂອງກິດຈະການຕ້ອງມີວິໄສທັດຂອງຜູ້ນຳທີ່ດີ,​ ເຫັນຄວາມສຳຄັນຂອງລູກນ້ອງ ພ້ອມທີ່ຈະພັດທະນາບຸກຄົນໃນອົງກອນໃຫ້ມີສັກກະຍະພາບໃນການເຮັດວຽກທີ່ດີຂຶ້ນ. ກ່ວາຈະເຮັດວຽກໃຫ້ຜົນງານເຂົ້າຕາ ຈົນໄດ້ເລື່ອນຕຳແໜ່ງຂຶ້ນມາເປັນຫົວໜ້າວ່າຍາກແລ້ວ,​ ແຕ່ຈະບໍລິຫານວຽກແນວໃດໃຫ້ໄດ້ທັງວຽກ ແລະ ໄດ້ທັງໃຈລູກນ້ອງຍິ່ງຍາກກ່ວາ, ຫົວໜ້າຫລາຍໆຄົນອາດຈະກຳລັງເຈັບຫົວ ຄິດບໍ່ຕົກວ່າແນວທາງການບໍລິຫານແບບໃດ ຈຶ່ງຈະດີທີ່ສຸດ ແລະ ມື້ນີ້ພວກເຮົາມີການບໍລິຫານວຽກ 6 ຮູບແບບທີ່ຜູ້ນຳຄວນມີມາແນະນຳບັນດາທ່ານ ດັ່ງນີ້ :

  1. ຮູ້ຈັກຂອບໃຈລູກນ້ອງ ແລະ ຊ່ວຍພັດທະນາລູກນ້ອງ : ຫົວໜ້າທີ່ດີຕ້ອງຍ້ອງຍໍເມື່ອລູກນ້ອງເຮັດໄດ້ດີ,​ ມີການຂອບໃຈ ຫລື ສະແດງໃຫ້ລູກນ້ອງເຫັນວ່າທາງຜູ້ບໍລິຫານຮັບຮູ້ເຖິງຄວາມສາມາດ ແລະ ຄວາມພະຍາຍາມຂອງພວກເຂົາ. ນອກຈາກນີ້ຍັງຄວນຊ່ວຍສະໜັບສະໜູນສົ່ງເສີມຄົນເກັ່ງໃຫ້ມີຄວາມຈະເລີນກ້າວໜ້າ, ແຕ່ຫາກລູກນ້ອງເຮັດຜິດພາດ ກໍບໍ່ຄວນຮ້າຍດ່າຈົນເສຍກຳລັງໃຈ ຄວນຊ່ວຍລູກນ້ອງແກ້ໄຂບັນຫາ ແລະ ແນະນຳໃນຈຸດທີ່ຈະປັບປຸງພັດທະນາຕໍ່ໄປໄດ້. ນອກຈາກນີ້ຍັງຄວນໃຫ້ພວກເຂົາໄດ້ລອງອີກຄັ້ງເມື່ອມີໂອກາດໃໝ່ມາເຖິງ.
  2. ບໍລິຫານດ້ວຍປະຊາທິປະໄຕ : ແນວໃດກໍຕາມ ຫົວໜ້າຄວນໃຫ້ທີມມີສ່ວນຮ່ວມໃນການຕັດສິນໃຈໃນເລື່ອງຕ່າງໆນຳ ເພື່ອໃຫ້ລູກນ້ອງມີໂອກາດສະແດງຄວາມຄິດເຫັນ ແລະ ເຮັດໃຫ້ໄດ້ໄອເດຍໃໝ່ໆ, ແຕ່ກໍບໍ່ຄວນເອົາມາໃຊ້ກັບທຸກສະຖານະການ ເພາະຫລາຍເທື່ອຄວາມພະຍາຍາມຈະເປັນປະຊາທິປະໄຕຫລາຍຈົນເກີນໄປ ອາດນຳໄປສູ່ການປະຊຸມທີ່ບໍ່ຈົບສິ້ນ ບໍ່ໄດ້ຂໍ້ສະຫລຸບຈັກເທື່ອ.
  3. ເປັນໂຕຢ່າງທີ່ດີ ມີຄວາມຍຸຕິທຳ : ບໍ່ມີຄຳສອນໃດດີໄປກ່ວາການເຮັດໂຕຢ່າງທີ່ດີໃຫ້ເບິ່ງ, ຫົວໜ້າທີ່ດີຄວນເປັນແບບຢ່າງທັງໃນເລື່ອງຈະລິຍະທຳໃນການເຮັດວຽກ, ຄວາມສາມາດ, ການວາງໂຕໃຫ້ເປັນທີ່ໜ້າເຄົາລົບນັບຖື ເຮັດໃຫ້ລູກນ້ອງພູມໃຈທີ່ໄດ້ເຮັດວຽກກັບທ່ານ.
  4. ກ້າຕັດສິນໃຈ ກ້າໄດ້ກ້າເສຍ : ມີສະຖານະການຈຳນວນບໍ່ໜ້ອຍທີ່ຕ້ອງການຜູ້ນຳແບບນີ້ ຍິ່ງໃນເວລາທີ່ມີບັນຫາສະເພາະໜ້າຮີບດ່ວນ ເວລາທີ່ມີຄວາມປ່ຽນແປງໃຫຍ່ໆໃນອົງກອນທີ່ຕ້ອງການຄົນຕັດສິນໃຈຊີ້ຂາດ ດັ່ງນັ້ນ ໜຶ່ງໃນຄຸນສົມບັດທີ່ຈຳເປັນຂອງຜູ້ນຳຄື ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບກັບຜົນທີ່ຈະຕາມມາໃນຖານະໂຕແທນຂອງທີມ.
  5. ເປີດໂອກາດໃຫ້ລູກນ້ອງສະແດງສີມື : ວຽກບາງຢ່າງຫົວໜ້າບໍ່ຈຳເປັນຕ້ອງລົງລາຍລະອຽດ – ວິທີການທຸກຂັ້ນຕອນໃຫ້ລູກນ້ອງ ແຕ່ຄວນເປີດໂອກາດໃຫ້ພວກເຂົາໄດ້ພັດທະນາຕົນເອງແດ່ ທ່ານອາດຈະໄດ້ເຫັນແນວທາງໃໝ່ໆ ແລະ ຄວາມຄິດສ້າງສັນຢ່າງຄາດບໍ່ເຖິງ ແລະ ຍັງສາມາດເຮັດໃຫ້ລູກນ້ອງຮູ້ສຶກວ່າທ່ານໃຫ້ຄວາມໄວ້ວາງໃຈໃນໂຕພວກເຂົາ, ແຕ່ແນ່ນອນວ່າຫົວໜ້າບໍ່ຄວນປ່ອຍໃຫ້ລູກນ້ອງດຳເນີນວຽກເອງໃນທຸກເລື່ອງ ຄວນເຂົ້າມາເບິ່ງແຍງດູແລຕາມຄວາມເໝາະສົມນຳ.
  6. ສ້າງຄວາມສຳພັນໃນທີມ : ບໍລິຫານວຽກໄດ້ໃຈລູກນ້ອງ ການບໍລິຫານວຽກຈະເນັ້ນແຕ່ເລື່ອງວຽກຢ່າງດຽວບໍ່ໄດ້, ແຕ່ຫົວໜ້າຈະຕ້ອງສ້າງທີມທີ່ມີຄວາມສຳພັນທີ່ດີຕໍ່ກັນ ທັງຄວາມສຳພັນລະຫ່ວາງຫົວໜ້າກັບລູກນ້ອງ ແລະ ຄວາມສຳພັນລະຫ່ວາງຄົນໃນທີມດຽວກັນ, ທີມທີ່ມີຄວາມສາມັກຄີຍ່ອມສ້າງຜົນງານທີ່ດີອອກມາໄດ້ຢ່າງຕໍ່ເນື່ອງຫລາຍກ່ວາທີມທີ່ຕ່າງຄົນຕ່າງແຍກກັນເຮັດວຽກ.
  • ຍັງມີອີກຫລາຍວິທີທີ່ຈະບໍລິຫານໃຫ້ໄດ້ໃຈລູກນ້ອງ ແຕ່ຫລັກການໃຫຍ່ ຫົວໃຈສຳຄັນຄື ຫົວໜ້າຈະຕ້ອງເປັນທັງແບບຢ່າງທີ່ດີ ມີຄວາມສາມາດ ເປີດໂອກາດໃຫ້ລູກນ້ອງໄດ້ພັດທະນາສັກກະຍະພາບ ແລະ ໝັ່ນສ້າງຄວາມສຳພັນໃນທີມ ທີ່ມີຄວາມດຸ່ນດ່ຽງພໍໃນການເບິ່ງແຍງດູແລທັງດ້ານວຽກງານ ແລະ ໂຕບຸກຄົນ ເຊິ່ງອາດຈະຟັງເບິ່ງຍາກ ແຕ່ກໍລ້ວນເປັນທັກສະທີ່ຝຶກຝົນໄດ້ ຫລັກການງ່າຍໆໃນການຈະເປັນຫົວໜ້າທີ່ລູກນ້ອງຮັກ ຄື ໃຫ້ຍ້ອນຄິດໄປເຖິງມື້ທີ່ໂຕທ່ານເອງຍັງເປັນພະນັກງານທຳມະດາຄົນໜຶ່ງ ສິ່ງໃດທີ່ທ່ານຕ້ອງການຈາກຫົວໜ້າ ລູກນ້ອງກໍຕ້ອງການຈາກທ່ານຄືກັນ, ເອົາໃຈເຂົາມາໃສ່ໃຈເຮົາ ເທົ່ານີ້ກໍຄົງບໍ່ຍາກແລ້ວກັບການຈະບໍລິຫານວຽກໃຫ້ໄດ້ໃຈລູກນ້ອງຂອງທ່ານ.