ລາວ ເລັ່ງແກ້ໄຂບັນຫາປິ່ນອ້ອມໃນການອໍານວຍຄວາມສະດວກດ້ານການຄ້າ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເນັ້ນຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ ຄັ້ງທີ IV ໃນວັນທີ 25 ມັງກອນນີ້ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນຮູບແບບທາງໄກເພື່ອສືບຕໍ່ປັບປຸງ 35 ມາດຕະການໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ຕາມເນື້ອໃນຈິດໃຈຂອງຄໍາສັ່ງ 12/ນຍ ແລະ ສືບຕໍ່ເພີ່ມທະວີຄວາມເຂັ້ມງວດຈັດຕັ້ງປະຕິບັດດໍາລັດ 558/ລບ.

 5 ເນື້ອໃນຈຸດສຸມທີ່ຮອງນາຍົກລັດຖະມົນຕີເນັ້ນມີ

1) ການກວດກາ ແລະ ເກັບຄ່າທໍານຽມຢູ່ດ່ານສາກົນເປົ້າໝາຍ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ ຂອງບັນດາໜ່ວຍງານກ່ຽວຂ້ອງທີ່ປະຈໍາຢູ່ດ່ານຄວນຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບເນື້ອໃນທີ່ກໍານົດໃນດໍາລັດ 558/ລບ;

2) ການແບ່ງຄວາມຮັບຜິດຊອບ, ການປັບປຸງຂັ້ນຕອນ, ເວລາ ແລະ ເອກະສານການອອກອະນຸຍາດເຄື່ອນຍ້າຍ ແລະ ສົ່ງອອກຜະລິດຕະພັນໄມ້ ແລະ ຖ່ານຂາວ ໃຫ້ຈະແຈ້ງຕື່ມພາຍຫລັງມອບ-ຮັບການຄຸ້ມຄອງໂຮງງານລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ເມື່ອເດືອນພະຈິກ 2021;

3) ພິຈາລະ ນາຄົ້ນຄວ້າໃຫ້ເລິກຕື່ມກ່ຽວກັບການເກັບອາກອນມູນຄ່າເພີ່ມ, ອາກອນກໍາໄລ, ອາກອນມອບເໝົາທີ່ຕິດພັນກັບການຂົນສົ່ງ, ນໍາເຂົ້າ-ສົ່ງອອກສິນຄ້າຂອງຫລາຍແຂວງທີ່ເຫັນວ່າບໍ່ສອດຄ່ອງກັບກົດໝາຍ ແລະ ລະ ບຽບການທີ່ວາງອອກ;

4) ຂະແໜງການກ່ຽວຂ້ອງຄວນກວດກາຄືນການຕັ້ງຈຸດ (ປ້ອມ) ກວດກາຕາມເສັ້ນ ທາງຂອງເຈົ້າໜ້າທີ່ຕໍາຫລວດເພື່ອກວດກາສິນຄ້າ ແລະ ເອກະສານເຄື່ອນຍ້າຍສິນຄ້າ ຊຶ່ງມີຫາງສຽງຂອງຜູ້ປະກອບການທີ່ປະສົບຄວາມຫຍຸ້ງຍາກ ແລະ ເພີ່ມຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນຍ້າຍສິນຄ້າຢູ່ພາຍໃນປະ ເທດ;

5) ຄວນຄົ້ນຄວ້າຫາທິດທາງທີ່ມີປະສິດຕິພາບຕື່ມໃນການສົ່ງອອກສິນຄ້າໄປ ສປ ຈີນ ຜ່ານດ່ານບໍ່ເຕ່ນ-ບໍ່ຫານ ເຊັ່ນ: ການເພີ່ມພະນັກງານຂັບລົດຊຸດຂາວ, ການເພີ່ມເວລາເຮັດວຽກຂອງເຈົ້າໜ້າທີ່ຢູ່ດ່ານ, ການເປີດດ່ານຊາຍແດນລາວ-ຈີນ, ການຂະຫຍາຍກໍານົດເວລາໂກຕາສົ່ງອອກໄປສປ ຈີນ ພາຍໃຕ້ໂຄງ ການປູກພືດທົດແທນການປູກຝິ່ນ ແລະ ອື່ນໆ.