ສາເຫດຂອງການສໍ້ລາດບັງຫລວງເກີດຂຶ້ນຍ້ອນຫຍັງ ?

ໂດຍ: ທິດກໍ່າ
ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ 2 ເຊິ່ງໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2022 ຜ່ານມາ, ທ່ານ ລຳທອງ ຂອບສີລາວົງ ກຳມະການປະຈຳພັກແຂວງ, ປະທານອົງການກວດກາພັກ-ລັດແຂວງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໄດ້ສືບຕໍ່ຕິດຕາມກວດກາການລົງທຶນຂອງລັດເລີ່ມແຕ່ຫົວທີ 7 ໂຄງການທີ່ເປັນການລົງທຶນຂອງຕ່າງປະເທດ ແລະ ທຶນກູ້ຢືມ ລວມມູນຄ່າ 47.740.000 ໂດລາສະຫະລັດ ໄດ້ຖືກຈັດຕັ້ງປະຕິບັດສຳເລັດຜົນ ແລະ ອີກ 6 ໂຄງການ ເຊິ່ງເປັນການລົງທຶນພາຍໃນ ລວມມູນຄ່າການກໍ່ສ້າງຕາມສັນຍາ 1 ພັນ 67 ຕື້ກີບ.
ຜ່ານການຕິດຕາມກວດກາເຫັນວ່າມີໂຄງການຈຳນວນໜຶ່ງບໍ່ສອດຄ່ອງກັບລະບຽບກົດໝາຍ, ສ້າງຄວາມເສຍຫາຍທັງໝົດ 34.891 ຕື້ກີບ, 52.590.840 ບາດ ແລະ 1 ແສນກວ່າໂດລາ. ໃນຈຳນວນຜົນເສຍຫາຍທີ່ວ່າມານີ້ ສາມາດເກັບກູ້ຄືນມາໄດ້ພຽງ 3.383 ຕື້ກີບ ຍັງຄ້າງ 31.507 ຕື້ກີບ, 52.590.000 ບາດ ແລະ 1 ແສນໂດລາສະຫະລັດ.
ອົງການກວດກາພັກ-ລັດແຂວງສະຫວັນນະເຂດ ຍັງໄດ້ແຈ້ງຕື່ມວ່າ: ສາເຫດທີ່ເຮັດໃຫ້ມີການເສຍຫາຍນີ້ຍ້ອນການສວຍໃຊ້ໜ້າທີ່ຕຳແໜ່ງຂອງສະມາຊິກພັກ-ພະນັກງານທີ່ມີເຈຕະນາສໍ້ລາດບັງຫລວງ ເຊິ່ງມີເຖິງ 9 ເປົ້າໝາຍ.
ຢ່າງໃດກໍດີ, ເມື່ອເຮົາວິເຄາະເບິ່ງແລ້ວ ບັນຫາການສໍ້ລາດບັງຫລວງທີ່ມັກເກີດຂຶ້ນຢ່າງຊ້ຳຊ້ອນ ແລະ ມີມາຢູ່ຕະຫລອດນັ້ນເກີດມາຈາກພະນັກງານຫລັກແຫລ່ງແກນນຳ, ສະມາຊິກພັກທີ່ມີສິດອຳນາດໃນອົງກອນນັ້ນໆ ເປັນຜູ້ພາເຮັດພາທຳ ຫາກບໍ່ແມ່ນພະນັກງານປະເຂປະຂາທົ່ວໄປ.
ຫາກຕັ້ງໂຈດກັນວ່າ: ເພື່ອຕ້ານ ແລະ ສະກັດກັ້ນ ຫລືວ່າ ປາບການສໍ້ລາດບັງຫລວງໃຫ້ໝົດໄປຈາກສັງຄົມບ້ານເຮົາຄວນເຮັດແນວໃດ? ຕາມທິດກໍ່າ ວ່າ: ກ່ອນອື່ນໝົດ ພະນັກງານຫລັກແຫລ່ງສະມາຊິກພັກ ຫລືວ່າ ບັນດາທ່ານຜູ້ເປັນຫົວໜ້າຢູ່ອົງກອນທ້ອງຖິ່ນນັ້ນໆ ຕ້ອງເປັນຜູ້ແກ້ໄຂ ທັງເປັນຕົວແບບໃນຄວາມສັດຊື່, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ, ຖືຜົນປະໂຫຍດຂອງຊາດສູງກວ່າຜົນປະໂຫຍດສ່ວນຕົວ. ອີກປະການໜຶ່ງ ໃນກໍລະນີກວດກາພົບເຫັນບຸກຄົນ ຫລື ລວມໝູ່ໄດ້ກະທຳຜິດຢ່າງແທ້ຈິງ ຕ້ອງຖືກລົງໂທດທາງແພ່ງ ແລະ ອາຍາໃຫ້ເດັດຂາດຈິງຈັງ ແລະ ທັນການ. ກົງກັນຂ້າມ ຖ້າປະ ປ່ອຍແກ່ຍາວໄປດົນເທົ່າໃດ ກົດໝາຍຈະບໍ່ສັກສິດ, ສຸດທ້າຍການສໍ້ລາດບັງຫລວງກໍກຳເລີບແບບບໍ່ສຸດບໍ່ສ້ຽງເປັນຈັກເທື່ອ.

