ເປີດຮັບສະໝັກນັກສຶກສາເຂົ້າຮຽນລະດັບປະລິນຍາຕີຕໍ່ເນື່ອງ ສົກຮຽນ 2021-2022

ວັນທີ 20 ມັງກອນ 2022 ນີ້ ສະຖາບັນ ເສດຖະກິດ-ການເງິນ ແຈ້ງການເຖິງ ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ ທີ່ຮຽນຈົບວິຊາສະເພາະຊັ້ນສູງ ໃນສາຂາ: ການເງິນ, ການບັນຊີ, ທະນາຄານ, ບໍລິຫານທຸລະກິດ ແລະ ສາຂາອື່ນທີ່ ກ່ຽວຂ້ອງກັບການເງິນ-ການບັນຊີ ທີ່ມີຈຸດປະສົງຢາກສືບຕໍ່ຍົກລະດັບການຮຽນຂອງຕົນ ໃນລະດັບປະລິນຍາຕີທາງສະຖາບັນ ເສດຖະກິດ-ການເງິນ ຈະໄດ້ເປີດຮັບສະຫມັກນັກສຶກສາເພື່ອເຂົ້າຮຽນ ທີ່ວິທະຍາໄລການເງິນພາກໃຕ້, ລາຍລະອຽດມີດັ່ງນີ້:

1. ສາຂາວິຊາຮຽນ: ສາຂາ ຄຸ້ມຄອງການເງິນວິສາຫະກິດ ແລະ ສາຂາຄຸ້ມຄອງການເງິນແຫ່ງລັດ.
2. ສາມາດລົງທະບຽນຢູ່ທີ່ວິທະຍາໄລການເງິນພາກໃຕ້ ຫຼື ທາງອອນລາຍໄດ້ແຕ່ມື້ນີ້ ເຖິງວັນທີ 31 ມັງກອນ 2022 ຕາມທີ່ຢູ່ຂ້າງລຸ່ມ. ດັ່ງນັ້ນ, ຈຶ່ງແຈ້ງມາບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້..
3. ຫົວຫນ້າສະຖາບັນ https://forms.gle/s339C5QnpfWclgiZ6