ຮົງກົງສັ່ງຂ້າໜູແຮມສເຕີນັບພັນ ຫລັງພົບບາງສ່ວນຕິດເຊື້ອໂຄວິດ-19

ຮົງກົງກຽມກຳຈັດໜູແຮມສເຕີນັບພັນໂຕ ຫລັງພົບກຸ່ມກ້ອນໂຄວິດ-19 ລະບາດໃນຮ້ານຂາຍສັດລ້ຽງ.
ວັນທີ 19 ມັງກອນ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການຮົງກົງກຽມກຳຈັດໜູແຮມສເຕີຫລາຍພັນໂຕ ຫລັງຈາກກວດພົບເຊື້ອໂຄໂຣນາໄວຣັສ ໃນໜູ 11 ໂຕ ຢູ່ຮ້ານຂາຍສັດລ້ຽງແຫ່ງໜຶ່ງ.
ນອກຈາກໜູແຮມສເຕີທີ່ຢູ່ໃນຮ້ານຈະຖືກກຳຈັດທັງໝົດແລ້ວ ທາງການຍັງມີຄຳສັ່ງໃຫ້ໜູແຮມສເຕີທີ່ຖືກຊື້ໄປຈາກຮ້ານໃນຮົງກົງນັບແຕ່ວັນທີ 22 ທັນວາເປັນຕົ້ນມາ ເອົາໜູມາມອບໃຫ້ເຈົ້າໜ້າທີ່ ພ້ອມເຕືອນວ່າ: ໃຫ້ເຈົ້າຂອງຫລີກລ່ຽງການຈູບ ຫລື ເອົາໜູເຫລົ່ານັ້ນໄປຖິ້ມຕາມຖະໜົນ.
ເຈົ້າໜ້າທີ່ສາທາລະນະສຸກຮົງກົງເປີດເຜີຍໃນວັນທີ 18 ມັງກອນວ່າ: ໄດ້ກວດພົບຮ່ອງຮອຍເຊື້ອໄວຣັສໂຄວິດ-19 ໃນໜູແຮມສເຕີ 11 ໂຕ ຈາກສັດລ້ຽງຈຳນວນ 178 ໂຕ ເຊິ່ງມີທັງໜູແຮມສເຕີ, ກະຈ່າຍ ແລະ ໜູຊິລຊິລາ ທີ່ຂາຍຢູ່ໃນຮ້ານ Little Boss ລວມທັງໃນສາງເກັບສັດລ້ຽງທີ່ກ່ຽວຂ້ອງກັບຮ້ານດັ່ງກ່າວໃນເຂດຄອສເວເບ ຂະນະມີການສືບສວນພະຍາດຈາກພະນັກງານອາຍຸ 23 ປີ ທີ່ຕິດເຊື້ອໂຄວິດ-19 ສາຍພັນເດວຕາ ເຊິ່ງເປັນການຕິດເຊື້ອໂດຍບໍ່ຮູ້ຕົ້ນຕໍຄັ້ງທຳອິດໃນຮອບກວ່າ 3 ເດືອນໃນຮົງກົງ.
ຕໍ່ມາຍັງພົບອີກວ່າ: ມີພະນັກງານຮ້ານຂາຍສັດລ້ຽງດັ່ງກ່າວຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເຊິ່ງໜຶ່ງໃນນັ້ນເປັນພະນັກງານທີ່ມີໜ້າທີ່ທຳຄວາມສະອາດຄອກສັດ ແລະ ເບິ່ງແຍງໜູແຮມສເຕີ.
ເຈົ້າໜ້າທີ່ລະບຸວ່າ: ການກວດພົບດັ່ງກ່າວອາດເປັນຕົວຢ່າງຂອງການແພ່ກະຈາຍເຊື້ອຈາກສັດສູ່ຄົນ ເຖິງວ່າຈະຍັງບໍ່ມີຫລັກຖານຢືນຢັນຊັດເຈນ, ແຕ່ໄດ້ຕັດສິນໃຈອອກຄຳສັ່ງໂຈະການຂາຍ ແລະ ຫ້າມນຳເຂົ້າໜູແຮມສເຕີໄວ້ກ່ອນ ພ້ອມໃຫ້ເຈົ້າຂອງໜູທີ່ຊື້ໜູໄປນັບແຕ່ວັນທີ 22 ທັນວາ ປະມານ 2.000 ໂຕເອົາໜູມາກວດຫາເຊື້ອໂຄວິດ-19.
ທັງນີ້, ເຈົ້າໜ້າທີ່ຢືນຢັນວ່າ: ສຳລັບສັດທັງໝົດຈາກຮ້ານດັ່ງກ່າວ ເຊິ່ງເປັນຮ້ານທີ່ມີການກວດພົບເຊື້ອໂຄວິດ-19 ທັງໝົດຈະໄດ້ຮັບການປະຕິບັດຢ່າງມີມະນຸດສະທຳ.
ອ້າງອີງ:

