ສື່ລາຍງານ ແມນຢູ ກຽມປະກາດລາຍຊື່ຜູ້ຈັດການທີມຄົນໃຫມ່ກ່ອນຫມົດລະດູການນີ້

ຊາມູເອລ ລັດເຮີດ ນັກຂ່າວຊື່ດັງຈາກ ແມນເຊສເຕີ ອີຟນິງ ນີວ ສື່ທ້ອງຖິ່ນຊື່ດັງຂອງແມນເຊສເຕີ ຢູໄນເຕັດ ອອກມາລະບຸວ່າ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງ ພຣີເມຍລີກ ອັງກິດ ມີໂອກາດສູງທີ່ຈະປະກາດຊື່ຜູ້ຈັດການທີມຄົນໃຫມ່ກ່ອນຫມົດລະດູການນີ້.
ເປັນທີ່ເຂົ້າໃຈກັນວ່າ ຍອດທີມແຫ່ງເມືອງແມນເຊສເຕີ ໃຊ້ບໍລິການ ຣາຟ ຣັງນິກ ຜູ້ຈັດການທີມຊາວເຢຍລະມັນຄຸມທີມຊ່ົວຄາວຕໍ່ຈາກ ໂອເລ ກຸນນາ ໂຊລຊາ ອະດີດຜູ້ຈັດການທີມຊາວນໍເວ ຈົນຈົບລະດູການ ກ່ອນທີ່ລາວຈະຍ້າຍໄປນັ່ງຕຳແຫນ່ງທີ່ປຶກສາເປັນໄລຍະເວລາ 2 ປີ ເພືື່ອເບິ່ງພາບລວມໃນສ່ວນຂອງໂຄງສ້າງທີມ.
ທັງນີ້ຕະຫລອດໄລຍະທີ່ຜ່ານມາ ແມນຢູ ມີຂ່າວເຊື່ອມໂຍງກັບຫລາຍຜູ້ຈັດການທີມຊັ້ນນຳຫລາຍຄົນເຊ່ັນ : ເອຣິກ ເທັນ ຮາກ ຜູ້ຈັດການທີມ ອາແຈັກ ອຳເຕີດຳ ທີມດັງໃນເນເທີແລນ ຖືກເບິ່ງວ່າເປັນລາຍຊື່ອັນດັບ 1 ຂະນະ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຊາວອາເຈນຕີນາ ຂອງ ປາຣີສ ແຊງ ແຊັກແມັງ ກໍຖືກເບິ່ງວ່າມີຄວາມເປັນໄປໄດ້ສູງພໍສົມຄວນທີ່ຈະຮັບງານນີ້.

