ອິດສະລາແອນເປີດຜົນສຶກສາຫລ້າສຸດ ຊີ້ວັກຊີນເຂັມ 4 ອາດບໍ່ພຽງພໍ ປ້ອງກັນຕິດເຊື້ອ ໂອມິຄຣອນ

ອິດສະລາແອນເປີດຜົນສຶກສາຫລ້າສຸດ ພົບການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ຊ່ວຍເພີ່ມລະດັບພູມຕ້ານທານສູງຂຶ້ນກວ່າສັກວັກຊີນ 3 ເຂັມ, ແຕ່ອາດຍັງບໍ່ພໍປ້ອງກັນການຕິດເຊື້ອໂອມິຄຣອນ.

ວັນທີ 18 ມັງກອນ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຜົນການສຶກສາເບື້ອງຕົ້ນຂອງອິດສະລາແອນ ພົບຂໍ້ບົ່ງຊີ້ວ່າ: ການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ເຖິງວ່າຈະຊ່ວຍເພີ່ມລະດັບພູມຕ້ານທານໃຫ້ສູງຂຶ້ນກວ່າການຮັບວັກຊີນພຽງ 3 ເຂັມ, ແຕ່ອາດຍັງມີປະສິດທິພາບບໍ່ພຽງພໍຈະປ້ອງກັນການຕິດເຊື້ອໄວຣັສສາຍພັນໂອມິຄຣອນ.

ກິລີ ເຣເກຟ-ໂຍເຊ ຜູ້ອຳນວຍການພະແນກພະຍາດຕິດເຊື້ອຂອງສູນການແພດຊີບາ ເປີດເຜີຍວ່າ: ຄະນະຜູ້ສຶກສາໄດ້ມີການສຶກສາປະສິດທິພາບຂອງການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ດ້ວຍການເລີ່ມເກັບຂໍ້ມູນຈາກບຸກຄະລາກອນການແພດຈຳນວນ 154 ຄົນ ພາຍຫລັງໄດ້ຮັບວັກຊີນເຂັມທີ 4 ຂອງໄຟເຊີແລ້ວມາເປັນເວລາ 2 ອາທິດ ແລະ ປະຊາຊົນທົ່ວໄປອີກ 120 ຄົນ ຫລັງໄດ້ຮັບວັກຊີນໂມເດິນາມາແລ້ວ 1 ອາທິດ ໂດຍເມື່ອເອົາຂໍ້ມູນຈາກກຸ່ມຕົວຢ່າງມາປຽບທຽບໃສ່ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນເຂັມທີ 4 ພົບວ່າ: ການສັກວັກຊີນເຂັມທີ 4 ຊ່ວຍເພີ່ມລະດັບພູມຕ້ານທານສູງຂຶ້ນກວ່າການໄດ້ຮັບວັກຊີນ 3 ເຂັມເລັກໜ້ອຍ.

ເຖິງຢ່າງໃດກໍຕາມ, ການສຶກສາດັ່ງກ່າວຍັງເປັນພຽງການທົດລອງໃນເບື້ອງຕົ້ນ ແລະ ຍັງບໍ່ມີການເຜີຍແຜ່ອອກມາໃນວາລະສານວິຊາການຢ່າງເປັນທາງການ ໂດຍອິດສະລາແອນຖືເປັນປະເທດຕົ້ນໆໃນໂລກທີ່ດຳເນີນການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນໃນວົງກວ້າງຢ່າງວ່ອງໄວ ແລະ ຫລ້າສຸດລັດຖະບານໄດ້ເລີ່ມສັກວັກຊີນເຂັມທີ 4 ໃຫ້ກຸ່ມຜູ້ສູງອາຍຸ ລວມທັງຜູ້ທີ່ຢູ່ໃນກຸ່ມສ່ຽງຕໍ່ການຕິດເຊື້ອ ແລະ ເກີດອາການຮຸນແຮງ ມາແຕ່ທ້າຍປີ 2021 ຜ່ານມາ ເຊິ່ງລັດຖະບານລະບຸວ່າ: ໄດ້ມີການສັກວັກຊີນເຂັມທີ 4 ໃຫ້ປະຊາຊົນໄປແລ້ວ 500.000 ກວ່າໂດສ.

ສ່ວນກະຊວງສາທາລະນະສຸກອິດສະລາແອນໄດ້ອອກມາສະແດງຄວາມຄິດເຫັນຕໍ່ການຄົ້ນພົບຫລ້າສຸດນີ້ ໂດຍລະບຸວ່າ: ຜົນການສຶກສາທີ່ອອກມາບໍ່ໄດ້ໝາຍຄວາມວ່າ: ຄວາມພະຍາຍາມໃນການສັກວັກຊີນເຂັມທີ 4 ນັ້ນເປັນຂໍ້ຜິດພາດ ເພາະຢ່າງໜ້ອຍກໍມີຂໍ້ພິສູດໄດ້ວ່າ: ວັກຊີນເຂັມທີ 4 ຊ່ວຍເພີ່ມລະດັບພູມຕ້ານທານໃຫ້ຫລາຍຂຶ້ນ ເຊິ່ງມີຄວາມສຳຄັນຢ່າງຍິ່ງ ໂດຍສະເພາະສຳລັບຜູ້ສູງອາຍຸ. ຂະນະດຽວກັນ ກະຊວງສາທາລະນະສຸກຈະນຳເອົາຂໍ້ມູນທີ່ໄດ້ນີ້ມາພິຈາລະນາວ່າຈະມີການຂະຫຍາຍການສັກວັກຊີນໃຫ້ປະຊາຊົນທົ່ວໄປ ຫລື ບໍ່.

ອ້າງອີງ:

https://globalnews.ca/…/covid-fourth-vaccine-dose…/

https://www.reuters.com/…/israeli-study-shows-4th-shot…/