ສະຫະພາບອີຢູໃຫ້ການສະໜັບສະໜູນໂຄງການການເຄື່ອນຍ້າຍແຮງງານຂອງເພດຍິງມີຄວາມປອດໄພ ແລະ ມີຄວາມຍຸຕິທຳ ໃນພາກພື້ນອາຊຽນ ໄລຍະ ປີ2018-2022) ມູນຄ່າ 25.500.000 ເອີໂຣ

ວັນທີ 14 ມັງກອນ 2021 ຜ່ານມານີ້ ໄດ້ມີກອງປະຊຸມຄະນະຊີ້ນຳໂຄງການ ແລະ ຄະນະຜູ້ປະສານງານ ໂຄງການ ການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ (Safe and Fair): ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງໃນພາກພື້ນອາຊຽນ. ໂດຍເປັນປະທານຮວ່ມຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຟຣັງຊົວ ປຣະວົງວຽງຄຳ, ພະນັກງານການເມືອງ ສະຫະພາບເອີຣົບ ປະຈຳ ສປປ ລາວ ຜູ້ຕາງໜ້າ ຈາກອົງການ EU, ຕາງໜ້າ ຈາກອົງການແຮງງານສາກົນ, ອົງການ UN WOMAN, ບັນດາຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ແມ່ນເພື່ອລາຍງານຜົນຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ໃນປີ 2021 ແລະ ນໍາສະເໜີແຜນກິດຈະກໍາທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນປີ 2022 ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ຄະນະກໍາ ມະການຊີ້ນໍາໂຄງການ ແລະ ຄະນະປະສານງານໂຄງການ ໃນການປະກອບຄໍາເຫັນ ແລະ ຮັບຮອງແຜນກິດ ຈະກໍາຂອງໂຄງການ ເພື່ອໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດ, ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ: ການຮັບຮູ້ເຖິງສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງ ໃນພາກພື້ນ ອາຊຽນ ມີຈຸດປະສົງໃນການເພີ່ມທະວີເຮັດໃຫ້ການເຄື່ອນຍ້າຍແຮງງານຂອງເພດຍິງມີຄວາມປອດໄພ ແລະ ມີຄວາມຍຸດຕິທຳ ໃນພາກພື້ນອາຊຽນ.
ໂຄງການດັ່ງກ່າວແມ່ນໂຄງການລະດັບພາກພື້ນ ໂດຍໄດ້ຮັບ ການສະໜັບສະໜູນທາງດ້ານງົບປະມານຈາກສະຫະພາບອີຢູ ມູນຄ່າ 25.500.000 EUR (ປີ2018-2022) ປະຕິບັດຢູ່ 6 ປະເທດສົ່ງຄື: ກຳປູເຈຍ, ອິນໂດເນເຊຍ, ລາວ, ພະມ້າ, ຟີລິບປິນ ແລະ ຫວຽດນາມ ແລະ 4ປະເທດຮັບຄື: ບຣູໄນ, ມາເລເຊຍ, ສິງກະໂປ ແລະ ໄທ ເປັນສ່ວນໃຫຍ່.
ໂຄງການນີ້ ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ສປປ ລາວ ໃນເງື່ອນໄຂປະຈຸບັນໃນຖານະທີ່ເປັນປະເທດສົ່ງ. ເນື່ອງຈາກໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໃນການສ້າງແຜນງານ, ການພັດທະນາລະບົບການປົກປ້ອງ ແລະ ຄຸ້ມຄອງ ແລະ ການປັບປຸງນະໂຍບາຍ ຕ່າງໆ ທີ່ກ່ຽວຂ້ອງແນ່ໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາເສດ ຖະກິດສັງຄົມໃນຂົງເຂດ ແລະ ພາກພື້ນອາຊຽນ.

