ອັດຕາການເກີດຂອງຈີນປີ 2021 ຫລຸດລະດັບຕໍ່າສຸດເປັນປະຫວັດສາດ ຄ່າຄອງຊີບແພງ ຄົນບໍ່ຢາກມີລູກເພີ່ມ

ສຳນັກງານສະຖິຕິແຫ່ງຊາດຈີນເຜີຍອັດຕາການເກີດຂອງປະຊາກອນຈີນປີ 2021 ຫລຸດລົງຕໍ່າສຸດເປັນປະຫວັດສາດ ມີເດັກເກີດໃໝ່ພຽງ 10,62 ລ້ານຄົນ ເຖິງວ່າລັດຖະບານອອກນະໂຍບາຍສະໜັບສະໜູນໃຫ້ຄູ່ສົມລົດມີລູກໄດ້ເຖິງ 3 ຄົນ, ແຕ່ຄ່າຄອງຊີບທີ່ເພີ່ມຂຶ້ນເຮັດໃຫ້ຄົນຍັງບໍ່ຢາກມີລູກເພີ່ມ.

ວັນທີ 17 ມັງກອນ 2022, ສຳນັກຂ່າວຣອຍເຕີລາຍງານການເປີດເຜີຍຂອງສຳນັກສະຖິຕິແຫ່ງຊາດຈີນ ລະບຸວ່າ: ອັດຕາການເກີດຂອງຈີນໃນປີ 2021 ຫລຸດລົງສູ່ລະດັບຕໍ່າສຸດເປັນປະຫວັດສາດ 7,52 ຄົນຕໍ່ປະຊາກອນ 1.000 ຄົນ ຫລື ຄິດເປັນຈຳນວນປະຊາກອນເກີດໃໝ່ພຽງ 10,62 ລ້ານຄົນ ຕໍ່າສຸດນັບແຕ່ປີ 1949 ເຊິ່ງເປັນປີທີ່ສຳນັກງານສະຖິຕິແຫ່ງຊາດຈີນເລີ່ມເກັບບັນທຶກຂໍ້ມູນອັດຕາເກີດຢ່າງເປັນທາງການ.

ຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດຈີນຍັງເຜີຍອີກວ່າ: ອັດຕາການເພີ່ມຕາມທຳມະຊາດຂອງປະຊາກອນຈີນ ທີ່ນັບສະເພາະການເກີດ ແລະ ເສຍຊີວິດ ບໍ່ລວມການຍົກຍ້າຍຖິ່ນຖານ ໃນປີ 2021 ມີ 0,034% ເຊິ່ງເປັນລະດັບຕໍ່າສຸດນັບແຕ່ປີ 1960.

ທ່ານ ຈາງ ຈື້ເຫວີຍ ຫົວໜ້ານັກເສດຖະສາດຈາກບໍລິສັດ Pinpoint Asset Management ກ່າວວ່າ: “ບັນຫາດ້ານປະຊາກອນສາດນີ້ເປັນທີ່ຮູ້ກັນດີຢູ່ແລ້ວ, ແຕ່ການເຂົ້າສູ່ສັງຄົມຜູ້ສູງອາຍຸນັ້ນເກີດຂຶ້ນໄວກວ່າຄາດການໄວ້ຢ່າງຊັດເຈນ. ກໍລະນີດັ່ງກ່າວນີ້ບົ່ງຊີ້ວ່າ: ປະຊາກອນຂອງຈີນອາດເຖິງລະດັບສູງສຸດໄປແລ້ວໃນປີ 2021 ແລະ ຈາກນີ້ໄປອັດຕາການເຕີບໃຫຍ່ຂອງປະຊາກອນອາດມີທ່າອ່ຽງຈະຊ້າລົງໄວກວ່າຄາດການໄວ້”.

ຣອຍເຕີລະບຸວ່າ: ປັດຈຸບັນ ລັດຖະບານຈີນມີນະໂຍບາຍສະໜັບສະໜູນໃຫ້ຄູ່ສົມລົດສາມາດມີລູກໄດ້ເຖິງ 3 ຄົນ ຫລັງຈາກປະກາດຍົກເລີກນະໂຍບາຍລູກຄົນດຽວທີ່ຍຶດຖືປະຕິບັດມາຫລາຍທົດສະວັດ ແລະ ປ່ຽນມາອະນຸຍາດໃຫ້ຄູ່ສົມລົດມີລູກໄດ້ 2 ຄົນ ເມື່ອປີ 2016 ເພື່ອຫລີກລ່ຽງຄວາມສ່ຽງທາງເສດຖະກິດຈາກການເຂົ້າສູ່ສັງຄົມຜູ້ສູງອາຍຸຢ່າງວ່ອງໄວ. ຂະນະທີ່ຈຳນວນປະຊາກອນໄວເຮັດວຽກຂອງຈີນມີຈຳນວນຫລຸດລົງ ເຊິ່ງເປັນການເພີ່ມແຮງກົດດັນຕໍ່ຄວາມສາມາດຂອງປະເທດໃນການຈ່າຍເງິນເພື່ອເບິ່ງແຍງຜູ້ສູງອາຍຸທີ່ເພີ່ມຈຳນວນຂຶ້ນ.

ນອກຈາກນີ້, ລັດຖະບານຍັງມີນະໂຍບາຍສະໜັບສະໜູນເພື່ອຫລຸດພາລະຄ່າໃຊ້ຈ່າຍໃນການລ້ຽງລູກ ເຊິ່ງລວມທັງການອອກຄຳສັ່ງຫ້າມບໍ່ໃຫ້ໂຮງຮຽນສອນພິເສດສະແຫວງຫາກຳໄລຈາກການຮຽນເພີ່ມຂອງເດັກນັກຮຽນ ເຊິ່ງເປັນອຸດສາຫະກຳຂະໜາດໃຫຍ່ໃນປີຜ່ານມາ, ແຕ່ຄ່າຄອງຊີບທີ່ເພີ່ມຂຶ້ນໃນເຂດເມືອງຍັງເຮັດໃຫ້ຄົນບໍ່ຕ້ອງການມີລູກເພີ່ມ.

ອ້າງອີງ:

https://www.reuters.com/…/birth-rate-mainland-china…/