10 ອັນດັບນັກເຕະທີ່ໄດ້ຮັບຄ່າຈ້າງຫຼາຍທີ່ສຸດໃນປີ 2022

10 ນັກເຕະ​ທີ່​ມີ​ຄ່າ​ຈ້າງ​ສູງ​ສຸດ​ໃນ​ໂລກ​ໃນ​ປີ 2022 ໂດຍອັນດັບ 1 ຮັບໄປງາມໆ 960,000 ປອນ​ຕໍ່​ອາ​ທິດ.

ລີໂອເນວ ເມສຊີ ກອງໜ້າ ປາຣີ ແຊັງ-ແຊັກແມັງ ເປັນນັກເຕະທີ່ມີລາຍໄດ້ສູງສຸດໃນປີ 2022, ອີງຕາມເວັບໄຊທ໌ Marca ແລະ Salary Sport ໃນວັນສຸກ 14 ມັງກອນ ທີ່ຜ່ານມາ.

ເມສຊີ ອາຍຸ 34 ປີ ມີລາຍໄດ້ຈາກ ປາຣີ ແຊັງແຊັກແມັງ ຢູ່ທີ 960,000 ປອນຕໍ່ອາທິດ ຫລັງຍ້າຍມາຈາກ ບາເຊໂລນາ ເມື່ອປີກາຍ.

ຂະນະດຽວກັນ ເນມາ ກອງໜ້າຮ່ວມທີມ PSG ມາເປັນອັນດັບ 2 ດ້ວຍຄ່າຈ້າງ 606,000 ປອນຕໍ່ອາທິດ.

ສ່ວນ ຄຣິສຕຽນໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ມີລາຍໄດ້ 385,000 ປອນຕໍ່ອາທິດ ຢູ່ອັນດັບ 6 ຮ່ວມກັບ ເຄວິນ ເດິ ບຣອຍ ກອງກາງຂອງ ແມນເຊສເຕີ ຊິຕີ້.

10 ອັນດັບນັກເຕະທີ່ມີຄ່າຈ້າງສູງສຸດໃນປີ 2022

  1. ລີໂອເນລ ເມສຊີ (PSG) 960,000 ປອນຕໍ່ອາທິດ
  2. ເນມາ (PSG) 606,000 ປອນຕໍ່ອາທິດ
  3. ອອສກາ (ຊ້ຽງໄຮ້ ພອດ) 540,000 ປອນຕໍ່ອາທິດ
  4. ແກເຣັດ ເບລ (ເຣອັນ ມາດຣິດ) 528,000 ປອນຕໍ່ອາທິດ
  5. ຄີລຽນ (PSG), 410,000 ປອນຕໍ່ອາທິດ.
  6. ຄຣິສຕຽນໂນ ໂຣນັລໂດ (ແມນເຊສເຕີ ຢູໄນເຕັດ) 385,000 ປອນຕໍ່ອາທິດ
  7. ເຄວິນ ເດິ ບຣອຍ (ແມນເຊສເຕີ ຊິຕີ້) 385,000 ປອນຕໍ່ອາທິດ.
  8. ເອເດັນ ອາຊາ ( ເຣອັນ ມາດຣິດ) 381,000 ປອນຕໍ່ອາທິດ
  9. ຟີລິບເປ ຄູຕິນໂຢ (ແອສຕັນ ວິລລາ ຢືມຈາກ ບາເຊໂລນາ) 380,000 ປອນຕໍ່ອາທິດ
  10. ດາບິດ ເດ ເຄອາ (ແມນເຊສເຕີ ຢູໄນເຕັດ) 375,000 ປອນຕໍ່ອາທິດ.