ຜົນການອອກຫວຍພັດທະນາ ວັນທີ 14 ມັງກອນ 2022 ກາຍເປັນປະເດັນຮ້ອນ

ຖືວ່າເປັນກະແສທີ່ເວົ້າເຖິງຢາງໜາຫູທັງໃນສື່ສັງຄົມອອນລາຍ ແລະ ໃນສັງຄົມທົ່ວໄປ ໂດຍຫລັກໆລ້ວນແຕ່ເປັນການວິພາກວິຈານຕ່າງໆນານາສຳລັບຜົນການອອກຫວຍພັດທະນາຄັ້ງວັນທີ 14 ມັງກອນ 2022 . ຂະນະທີ່ການປະກາດຜົນການອອກຫວຍທຸກຄັ້ງໄດ້ມີຄົນຈຳນວນຫລາຍນັ່ງເຝົ້າໜ້າຈໍໂທລະພາບຕິດຕາມການຖ່າຍທອດສົດໂດຍລຸ້ນເລກທີ່ໂຕເອງຊື້ວ່າຈະຖືກ ຫລື ບໍ່?. ທັງນີ້ບັນຫາທີ່ເປັນກະແສວິພາກວິຈານນັ້ນຄື ຜົນການປະກາດຕົວເລກທີ່ສະແດງໃນໜ້າຈໍໂທລະພາບແມ່ນເລກ 331496 ຊຶ່ງບາງຕົວແທນຂາຍເລກໄດ້ແຈ້ງຜົນເລກອອກທາງເພຈຂອງຕົນ, ແຕ່ແລ້ວກໍມີການຢືຢັນເລກທີ່ອອກວ່າຖືກຕ້ອງແມ່ນ 337496.

ไม่มีคำอธิบาย

ไม่มีคำอธิบาย

ຈາກປະເດັນດັ່ງກ່າວເຮັດໃຫ້ຜູ້ຖືກເລກຕາມປະກາດຜົນຕອນຖ່າຍທອດສົດຊ໊ອກຫລັງຕື່ນເຕັ້ນດີໃຈໄດ້ບໍ່ພໍເທົ່າໃດ ເມື່ອຊາບວ່າຕົວເລກໄດ້ປ່ຽນຈາກເລກ 1 ເປັນ ເລກ 7. ແນວໃດກໍດີໄດ້ມີສາຂາຫວຍລາຍໃຫຍ່ເຈົ້າໜຶ່ງອອກມາໂພສຜ່ານເພຈໂຕເອງເຖິງຄວາມຜິດພາດວ່າ: ຂໍອະໄພເລື່ອງການແຈ້ງຜົນຫວຍເນື່ອງຈາກຫວຍພັດທະນາລາວ ໄດ້ແຈ້ງຜົນຫວຍຜິດມາແຕ່ຕອນທຳອິດສົ່ງຜົນເຮັດໃຫ້ການແຈ້ງຜົນຫວຍຂອງຕົນກໍຜິດພາດໄປນຳ.