ນັກວິໄຈຮົງກົງພັດທະນາ ວັດສະດຸຕ້ານໄວຣັສ ຂ້າເຊື້ອໂຄວິດ-ແບກທີເຣຍ

ນັກວິໄຈຮົງກົງພັດທະນາວັດສະດຸຕ້ານໄວຣັສ ທີ່ສາມາດຂ້າເຊື້ອໂຄວິດ-19 ລວມທັງເຊື້ອໄວຣັສ ແລະ ແບກທີເຣຍທີ່ພົບໄດ້ທົ່ວໄປໃນພື້ນຜິວ.

ວັນທີ 14 ມັງກອນ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ມະຫາວິທະຍາໄລໂປລີເຕັກນິກຮົງກົງ (PolyU) ໃນເຂດບໍລິຫານພິເສດຮົງກົງທາງຕອນໃຕ້ຂອງຈີນ ປະກາດວ່າທີມວິໄຈຂອງມະຫາວິທະຍາໄລດັ່ງກ່າວ ສາມາດພັດທະນາ “ວັດສະດຸຕ້ານໄວຣັສທີ່ຜະລິດໂດຍເຕັກໂນໂລຊີການພິມ 3 ມິຕິ” ເຊິ່ງສາມາດຂ້າເຊື້ອໂຄວິດ-19 ລວມທັງເຊື້ອໄວຣັສ ແລະ ແບກທີເຣຍທີ່ພົບໄດ້ທົ່ວໄປໃນພື້ນຜິວ.

ຄະນະນັກວິໄຈລະບຸວ່າ: ສ່ວນປະກອບຫລັກຂອງວັດສະດຸດັ່ງກ່າວຄືເຣຊິນ (resin) ທີ່ເພີ່ມສານຕ້ານໄວຣັສ ຄືສານປະກອບປະຈຸບວກ ເຊິ່ງຈະເຈາະເຍື່ອຫຸ້ມເຊລ ແລະ ທຳລາຍໂຄງສ້າງຂອງໄວຣັສ ເພື່ອຂ້າເຊື້ອໄວຣັສ ແລະ ແບກທີເຣຍ.

ຫລູວິນວີ (Chris Lo)  ຮອງສາສະດາຈານຢູ່ສະຖາບັນສິ່ງທໍ ແລະ ເສື້ອຜ້າ ຂອງມະຫາວິທະຍາໄລດັ່ງກ່າວ ແລະ ຜູ້ນຳທີມວິໄຈ ເປີດເຜີຍວ່າ: ການທົດລອງໃນຫ້ອງປະຕິບັດການຢືນຢັນວ່າ ວັດສະດຸເບື້ອງຕົ້ນສາມາດກຳຈັດເຊື້ອໄວຣັສໄດ້ຫລາຍກວ່າ 90% ພາຍໃນເວລາ 10 ນາທີ ແລະ ກຳຈັດໄວຣັສ ແລະ ແບກທີເຣຍເກືອບທັງໝົດໃນພື້ນຜິວໃນເວລາ 20 ນາທີ.

ຫລູ ກ່າວວ່າ: ວັດສະດຸດັ່ງກ່າວເປັນເຣຊິນທີ່ມີປະສິດທິພາບຕ້ານໄວຣັສສູງ ໂດຍເຕັກໂນໂລຊີການພິມ 3 ມິຕິ ສາມາດຜະລິດວັດສະດຸອອກມາໃນຮູບແບບຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ມີຄວາມຫົດຢືດສູງ ແລະ ສາມາດໃຊ້ໄດ້ແພ່ຫລາຍໃນສະຖານທີ່ສາທາລະນະ ເພື່ອສົ່ງເສີມການປ້ອງກັນພະຍາດລະບາດໃນຊຸມຊົນ. ນອກຈາກນັ້ນ ວັດສະດຸນີ້ຍັງມີຕົ້ນທຶນຂ້ອນຂ້າງຕໍ່ານຳອີກ.

ທີມວິໄຈໄດ້ຮ່ວມມືກັບອົງກອນຕ່າງໆ ໃນປີ 2021 ເພື່ອຜະລິດຫູຈັບຖັງຂີ້ເຫຍື້ອຣີໄຊເຄິລ, ອັນຄຸມລູກບິດປະຕູຫ້ອງນ້ຳ, ປຸ່ມກົດລິບ, ແຜ່ນອັກສອນເບລ ແລະ ອື່ນໆ ໂດຍມຸ່ງໝາຍດຳເນີນການທົດລອງເພີ່ມຕື່ມ ແລະ ທົດລອງປະສິດທິພາບ ແລະ ຄວາມທົນທານຂອງວັດສະດຸດັ່ງກ່າວໃນການຂ້າເຊື້ອໄວຣັສ.

ຈຽນຈື້ເຫວຍ (Kan Chi-wai) ສະມາຊິກທີມວິໄຈ ແລະ ສາສະດາຈານຢູ່ສະຖາບັນດັ່ງກ່າວ ກ່າວວ່າ:​ ຫລັງຈາກນຳໃຊ້ມາ 1 ປີ ຫູຈັບຖັງຂີ້ເຫຍື້ອຣີໄຊເຄິລຍັງຢູ່ໃນສະພາບດີ ແລະ ບໍ່ມີເຊື້ອໄວຣັສໂຄວິດ-19, ເຊື້ອແບກທີເຣຍເອສເຊີຣິເຊຍ ໂຄໄລ (Escherichia coli) ແລະ ເຊື້ອແບກທີເຣຍສແຕບຟິໂລຄໍຄັລ ອໍເຣຍ (Staphylococcus aureus) ໃນພື້ນຜິວຂອງຫູຈັບ.

ຈຽນ ລະບຸວ່າ: ຜົນທົດລອງເບື້ອງຕົ້ນໄດ້ພິສູດວ່າອັດຕາປະສິດທິພາບຂອງວັດສະດຸຈະຄ່ອຍໆຫລຸດລົງຫລັງຈາກນຳໃຊ້ 3 ປີ ແລະ ມີປະສິດທິພາບຕໍ່ສູ້ກັບເຊື້ອໄວຣັສ ແລະ ແບກທີເຣຍ.

ທັງນີ້, ຫລີ ຍັງກ່າວວ່າ: ທີມວິໄຈໄດ້ສິດທິບັດຂອງເຕັກໂນໂລຊີດັ່ງກ່າວ ແລະ ນຳເອົາເຕັກໂນໂລຊີດັ່ງກ່າວໄປຮັບໃຊ້ແລ້ວ ໂດຍຈະໃຊ້ເຕັກໂນໂລຊີນີ້ເພື່ອຈຸດປະສົງທາງການຄ້າໃນອະນາຄົດ.

ອ້າງອີງ:

https://mgronline.com/china/detail/9650000004490