ຟານ ເດິ ເບັກ ຖືກສະເຫນີຂາຍໃຫ້ 2 ທີມດັງ ໃນຕະຫລາດເດືອນນີ້

ແມນເຊສເຕີ ອິຟນິງ ນີວ ສື່ດັງປະຈຳເມືອງລາຍງານວ່າ ແມນເຊສເຕີ ຢູໄນເຕັດ ກຽມເປີດທາງໃຫ້ ດອນນີ ຟານ ເດິ ເບັກ ໄດ້ມີໂອກາດລົງສະຫນາມສຳຫມຳ່ສະເຫມີຢ່າງທີ່ຕ້ອງການ ຫລັງຈາກກອງກາງທີມຊາດຮອນແລນ ຖືກສະເຫນີໃຫ້ ນິວຄາສເຊິລ ຢູໄນເຕັດ ທີມຮ່ວມພຣີເມຍລີກ ອັງກິດ ແລະ ໂບຣຸສເຊຍ ດອດມຸນ ສະໂມສອນໃນບຸນເດສລີກາ ເຢຍລະມັນ ໄດ້ພິຈາລະນາຄວ້າຕົວໄປຮ່ວມງານໃນຕະຫລາດນັກເຕະເດືອນມັງກອນ ດ້ວຍສັນຍາຢືມຕົວຈົນຈົບລະດູການນີ້.
ສຳລັບ ນິວຄາສເຊິລ ຕ້ອງການເສີມຄວາມແຂງແກ່ນເພື່ອຫວັງຫນີຕົກຊັ້ນຈາກການຄອງອັນດັບທີ 19 ຂອງຕາຕະລາງ ໂດຍຊື້ນັກເຕະໃຫມ່ເຂົ້າມາແລ້ວ 2 ຄົນ ໃນຍຸກຂອງກຸ່ມທຶນຊາອຸດິອາຣະເບຍ ປະກອບດ້ວຍ ຄີແຣນ ທຣິບເປຍ ແລະ ຄຣິສ ວູດ ຂະນະທີ່ ດອດມຸນ ກໍຫວັງເສີມທີມສຳລັບໂອກາດຍາດແຊ໊ມລີກກັບຜູ້ນຳ ບາເຢິນ ມິວນິກ ທີ່ພວກເຂົາຕາມຫລັງຢູ່ 6 ຄະແນນ.
ດອນນີ ຟານ ເດິ ເບັກ ຍ້າຍຈາກ ອາແຈັກ ອຳເຕີດຳ ມາຢູ່ກັບ ແມນຢູ ໃນປີ 2019 ດ້ວຍຄ່າຕົວ 40 ລ້ານປອນ ແຕ່ເກືອບຈະບໍ່ຮັບໂອກາດລົງສະຫນາມເທົ່າທີ່ຄວນ ທັງໃນຍຸກຂອງຜູ້ຈັດການທີມ ໂອເລ ກຸນນາ ໂຊລຊາ ແລະ ຣາຟ ຣັງນິກ.

