ມິລານ ຈ້ອງດຶງກອງຫລັງແມນຢູ ຮ່ວມທີມ

ຣາຟ ຣັງນິກ ຜູ້ຈັດການທີມຊາວເຢຍລະມັນ ຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງ ພຣີ້ເມຍລີກ ອັງກິດ ຊິວ່າຈັງໃດ ພາຍຫລັງທີ່ມີຂ່າວວ່າ ເອຊີ ມິລານ ສະໂມສອນໃຫຍ່ ຂອງ ກັລໂຊ ເຊເຣຍອາ ອີຕາລີ ຕົກເປັນຂ່າວ ກຽມຈະດຶງ ເອຣິກ ໄບຢີ ກອງຫລັງຊາວໄອວໍຣີໂຄດ ໄປຮ່ວມທີມ.
ເມື່ອຢ້ອນກັບໄປໃນລະດູການ 2016 ເອຣິກ ໄບຢີ ຍ້າຍຈາກ ບີຢາ ເຣອັນ ສະໂມສອນດັງຂອງ ລາລີກາ ສະເປນ ມາສູ່ຖິ່ນ ໂອນ ແທຣຟຟອດ ຍຸກຂອງຜູ້ຈັດການ ໂຈເຊ ມູຣິນໂຢ ຜູ້ຈັດການທີມຊາວໂປຣຕຸເກສຂອງທີມໃນເວລານັ້ນ ດ້ວຍຄ່າຕົວ 30 ລ້ານປອນເຊິ່ງລາວ ໄບຢີ ມີສ່ວນສຳຄັນໃນການພາທີມຄວ້າແຊ໊ມ 2 ລາຍການ ຄື ຢູຟາ ຢູໂຣປາລີກ ແລະ ລີກ ຄັພ ແຕ່ວ່າ ຫລັງຈາກນັ້ນ ລາວເກືອບບໍ່ໄດ້ລົງຫລິ້ນຕໍ່ເນື່ອງຈາກທີ່ມີອາການບາດເຈັບຕາມຄຸກຄາມບໍ່ຢຸດຢັ້ງ.
ທັງນີ້ ເມື່ອເບິ່ງຈາກສະພາບຮ່າງກາຍລວມເຖິງຜູ້ຫລິ້ນໃນຕຳແຫນ່ງກອງຫລັງຄົນອື່ນໆ ທີ່ຄອຍຂວາງທາງເຂົາຢູ່ຢ່າງ ແຮຣີ ແມັກໄກວ, ວິກເຕີ ລິນເດເລິບ ລວມເຖິງ ຣາຟາເອລ ວາຣານ ອາດເຮັດໃຫ້ລາວຕ້ອງການຍ້າຍທີມ ໂດຍທີ່ ເອຊີ ມິລານ ກໍຕ້ອງການລາວໄປຮ່ວມທີມ ໂດຍອາດເປັນໃນເດືອນມັງກອນນີ້ເລີຍ.

