ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2021 ແລະ ທິດທາງປີ 2022

ວັນທີ 11-12 ມັງກອນ 2022 ກົມສ່ວຍສາອາກອນ, ໄດ້ເປີດກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນ ປະຈຳປີ 2021 ແລະ ທິດທາງ ປະຈຳປີ 2022 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ,ມີທ່ານ ບຸນປະເສີດ ສີກຸນນະບຸດ ຫົວໜ້າກົມສ່ວຍສາອາກອນ, ຫົວໜ້າ, ຮອງຫົວ ໜ້າກົມ, ຜູ້ຕາງໜ້າກົມອ້ອມຂ້າງກະຊວງການເງິນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກອ້ອມຂ້າງກົມ, ຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າສ່ວຍສາອາກອນປະຈຳ 09 ເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ 2021, ກໍານົດທິດທາງແຜນການປີ 2022 ແລະ ໄດ້ມີການແນະນໍາວ່າດ້ວຍການຈັດຕັ້ງປະຕິບັດເກັບລາຍຮັບສ່ວຍສາອາກອນປະຈໍາປີ 2022 ແລະ ຍຸດທະສາດວຽກງານສ່ວຍສາອາກອນ 2022-2025 ບັນດາແຂວງໄດ້ປະກອບຄໍາເຫັນຕາມຄໍາຖາມເຈາະຈີ້ມ, ຊຶ່ງບັນຫາທີ່ປິ່ນອ້ອມກ່ຽວຂ້ອງກັບການຄົ້ນຄວ້າກົນໄກການເກັບລາຍຮັບລວມທັງການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົາໃນການເກັບລາຍຮັບ ແລະ ບາງມາດຕະການທີ່ຍັງບໍ່ທັນໄດ້ຈັດຕັ້ງ ແລະ 06 ເດືອນທ້າຍປີ 2021 ທີ່ຜ່ານມາ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ຊຶ່ງ ໄດ້ຊີ້ນຳບາງບັນຫາທີ່ຂະແໜງສ່ວຍສາອາກອນຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດເປັນຕົ້ນ: ແມ່ນ ການປະຕິຮູບປັບປຸງກົງຈັກການຈັດຕັ້ງຂອງຂະແໜງສ່ວຍສາອາກອນຕາມພາລະບົດບາດໃໝ່ ໃຫ້ມີປະສິດທິພາບ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ສໍາເລັດໃນຕົ້ນປີ 2022. ນອກນີ້, ເພີນຍັງເນັ້ນໃຫ້ທົບທວນຄືນບາງນະໂຍບາຍ ແລະ ນິຕິກຳຕ່າງໆໃຕ້ກົດໝາຍຂອງຂະແໜງສ່ວຍສາອາກອນທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງນິຕິກຳ ໃໝ່ໂດຍສະເພາະແມ່ນການປັບປຸງ 4 ກົດໝາຍຂອງຂະແໜງສ່ວຍສາອາກອນທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ພ້ອມທັງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດໃຫ້ເປັນຮູບປະທຳຢ່າງຈະແຈ້ງ ໂດຍການສຸມໃສ່ອັດຊ່ອງວ່າງການຮົ່ວໄຫຼຈາກການນຳເຂົ້ານໍ້າມັນເຊື້ອໄຟ, ດັດສົມບໍລິສັດຂາເຂົ້າ-ອາອອກໃນການຄຸ້ມຄອງເກັບລາຍຮັບຈາກການນຳເຂົ້າວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆໃຫ້ຄົບຖ້ວນ ຖືກຕ້ອງຕາມກົດໝາຍກຳນົດຕາມຄຳແນະນຳຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 4490/ກງ ແລະ 4491/ກງ, ລົງວັນທີ 14 ກັນຍາ 2021; ນອກນັ້ນທ່ານຍັງເນັ້ນໃຫ້ຂະຫຍາຍຖານ ອາກອນມຸນຄ່າເພີ່ມ ດ້ວຍການອອກນະໂຍບາຍ ເພື່ອຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍວິສາຫະກິດທີ່ມີເງື່ອນໄຂເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຕາມນະໂຍບາຍໃໝ່ທີ່ກຳນົດໄວ້ໃນກົດໝາຍ, ເພື່ອສ້າງສິ່ງຈູງໃຈໃຫ້ຜູ້ທີ່ຍັງບໍ່ທັນໄດ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ມີຄວາມຕື່ນຕົວເຂົ້າສູ່ລະບົບ.
ພ້ອມນັ້ນ, ຍັງໄດ້ເນັ້ນໃສ່ການຄຸ້ມຄອງເກັບລາຍຮັບທີ່ໂອນມາຈາກຂະແໜງຄຸ້ມຄອງສັບຊິນຂອງລັດ ແລະ ລາຍຮັບຂອງຂະແໜງການເງິນລັດວິສາຫະກິດ ແລະ ປະກັນໄພມາລວມສູນເຂົ້າໃນລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ TAX RIS ແລະ ຫັນເອົາການຄຸ້ມຄອງການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ແລະ ຊຳລະສະສາງຜ່ານລະບົບ ທະນາຄານ ແລະ ອື່ນໆ ແຕ່ຂັ້ນສູນກາງ – ທ້ອງຖີ່ນ, ສຸມໃສ່ການຄຸ້ມຄອງເກັບລາຍຮັບພາຍໃນ ທີ່ຕິດພັນກັບຂະແໜງຂຸດຄົ້ນບໍ່ແຮ່ ແລະ ທຸລະກິດດີຈີຕອນທີ່ລັດຖະບານໄດ້ອະນຸຍາດໄປແລ້ວ; ຊຶ່ງຈະຕ້ອງໄດ້ມີການຄົ້ນຄວ້າວິທີການຄິດໄລ່ອາກອນທີ່ຕິດພັນກັບລາຍຮັບດັ່ງກ່າວ ຮ່ວມກັບຜູ້ດຳເນີນທຸລະກິດຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດ.

