ອາເມລິກາປະສົບຜົນສຳເລັດ ຜ່າຕັດປ່ຽນຖ່າຍຫົວໃຈໝູສູ່ຄົນ ຫລ້າສຸດຄົນເຈັບຟື້ນແລ້ວ

ອາເມລິກາປະສົບຜົນສຳເລັດໃນການຜ່າຕັດປ່ຽນຖ່າຍຫົວໃຈໝູສູ່ຄົນ, ຫລ້າສຸດຄົນເຈັບຟື້ນແລ້ວ.
ວັນທີ 10 ມັງກອນ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຜູ້ຊາຍອາເມລິກາທີ່ມີພະຍາດຫົວໃຈໄລຍະສຸດທ້າຍໄດ້ຮັບການປູກຖ່າຍຫົວໃຈໝູທີ່ປັບປ່ຽນຢືນເຂົ້າໄປທົດແທນໃນຮ່າງກາຍເປັນຄັ້ງທຳອິດຂອງໂລກນັ້ນຟື້ນແລ້ວ ແລະ ສະພາບຮ່າງກາຍປັບຕົວດີ ຫລັງບໍ່ໄດ້ສະຕິຫລັງຜ່າຕັດເປັນເວລາ 3 ວັນ.
ການຜ່າຕັດດັ່ງກ່າວດຳເນີນການຈາກທີມແພດມະຫາວິທະຍາໄລແມຣີແລນ ອາເມລິກາ ທີ່ຫາກໍໄດ້ເຕັກໂນໂລຊີການແກ້ໄຂຢືນເຮັດໃຫ້ລິເລີ່ມການຜ່າຕັດຫົວໃຈໝູສູ່ຄົນຂຶ້ນໃໝ່ອີກ ຫລັງປົກກະຕິແລ້ວຄວາມພະຍາຍາມດັ່ງກ່າວມີມາໂດຍຕະຫລອດ ແຕ່ຂາດເຕັກໂນໂລຊີນີ້.
ຄົນເຈັບທີ່ເຂົ້າຮ່ວມການຜ່າຕັດຄັ້ງນີ້ ເປັນຜູ້ຊາຍອາຍຸ 57 ປີ ຊື່ເດວິດ ເບນເນດ ທີ່ເປັນພະຍາດຫົວໃຈໄລຍະສຸດທ້າຍ ແລະ ບໍ່ມີທາງເລືອກອື່ນໃດ ໂດຍລາວກ່າວກ່ອນຜ່າຕັດວ່າ ມີທາງເລືອກພຽງຈະລອດຕາຍ ຫລື ຈະຍອມສ່ຽງລອງຜ່າຕັດປ່ຽນຫົວໃຈນີ້, ແຕ່ລາວຍັງຢາກຈະມີຊີວິດຢູ່ ຮູ້ດີວ່າອາດຈະໂອກາດລອດໜ້ອຍ ແຕ່ຖືເປັນທາງເລືອກສຸດທ້າຍທີ່ລາວຍອມຮັບ.
ກ່ອນຜ່າຕັດນັ້ນ ມະຫາວິທະຍາໄລຕ້ອງຂໍອະນຸຍາດຈາກອົງການອາຫານ ແລະ ຢາອາເມລິກາ ວ່າຈະມີການຜ່າຕັດເພື່ອທົດລອງເກີດຂຶ້ນ ທາງການອະນຸຍາດໃຫ້ເກີດຂຶ້ນສຳລັບຄົນເຈັບໄລຍະສຸດທ້າຍທີ່ບໍ່ມີທາງເລືອກ ໂດຍຂໍ້ມູນຕ່າງໆຈະແບ່ງປັນແລກປ່ຽນກັບອົງການອາຫານ ແລະ ຢາ.
ອາເມລິກາມີຄວາມພະຍາຍາມຈະທົດລອງການນຳເອົາອະໄວຍະວະສັດມາທົດແທນອະໄວຍະວະຂອງຄົນມາໂດຍຕະຫລອດ ໂດຍປັດຈຸບັນມີຜູ້ຮ້ອງຂໍການປ່ຽນອະໄວຍະວະແບບປົກກະຕິ 110.000 ກວ່າຄົນ, ມີຄົນເຈັບ 6.000 ກວ່າຄົນຕ້ອງເສຍຊີວິດເພາະໄດ້ອະໄວຍະວະບໍ່ທັນ.
ຫົວໃຈໝູທີ່ນຳມາຜ່າຕັດໃຫ້ທ້າວ ເບນເນດ ນີ້ ໄດ້ຮັບການປ່ຽນແປງທາງພັນທຸກຳແລ້ວຈາກບໍລິສັດແບລັກເບິກ ບໍລິສັດທາງການແພດຈາກເວີຈິເນຍ ໃນຕອນເຊົ້າຂອງການຜ່າຕັດ ທີມແພດຕ້ອງເອົາຫົວໃຈດັ່ງກ່າວອອກມາ ແລະ ເຂົ້າອຸປະກອນພິເສດຈົນເຖິງເວລາຜ່າຕັດ.
ກ່ອນໜ້ານີ້ ມີການວິໄຈມາຢ່າງຍາວນານວ່າ ຖ້າຈະມີການຜ່າຕັດອະໄວຍະວະສັດສູ່ຄົນ ອະໄວຍະວະໝູຈະເປັນສິ່ງທີ່ໃຊ້ໄດ້ໃກ້ຄຽງກັບມະນຸດທີ່ສຸດ ເນື່ອງຈາກຂະໜາດຫົວໃຈໝູໃຫຍ່ເຕັມໄວນັ້ນໃກ້ຄຽງກັບຄົນເປັນຢ່າງຍິ່ງ. ນອກຈາກນີ້ ມີການທົດລອງອະໄວຍະວະອື່ນໆເຊັ່ນ: ປອດ, ຕັບ ແລະ ມ້າມ ເປັນຕົ້ນ.
ອ້າງອີງ:

