ພະນັກງານຜູ້ດຽວ ກໍຕ້ອງລົງວິໄນ ຖານປະລະໜ້າທີ່

ແຫລ່ງຂ່າວຈາກເມືອງອາດສະພອນແຂວງສະຫວັນນະເຂດລາຍງາວ່າ: ອາທິດຜ່ານມາ, ເມືອງອາດສະພອນ ໄດ້ລົງວິໄນທ້າວ ໄຊຊະນະ ປະທຸມມະດີ ພະນັກງານວິຊາການຫ້ອງການຍຸຕິທຳເມືອງໃນຖານຂາດການປະຈຳການຕິດຕໍ່ກັນຫຼາຍວັນໂດຍບໍ່ໄດ້ຮັບອະນຸຍາດ ໂດຍສົກປີ 2019 ຜູ້ກ່ຽວຂາດການ 50 ວັນ, ປີ 2020 ຂາດການ 215 ວັນ ແລະ ປີ 2021 ຂາດການ 179 ວັນ ລວມວັນຂາດການທັງໝົດ 444 ວັນ. ນອກຈາກຂາດການແລ້ວ ຍັງບໍ່ປະຕິບັດຕາມການມອບໝາຍວຽກງານ, ໄປບໍ່ລາມາບໍ່ຄອບ ມີແນວຄິດແຂງກະດ້າງ ລະແວງສົງໄສໝູ່ຄູ່ ແລະການຈັດຕັ້ງ, ຂາດຄວາມສາມັກຄີກັບໝູ່ຄູ່, ບໍ່ຟັງຄຳບອກສອນຂອງຜູ້ປົກຄອງ ແລະ ຄອບຄົວ.
ຈາກການກະທຳດັ່ງກ່າວ, ເຈົ້າເມືອງໆອາດສະພອນ ໄດ້ອອກຂໍ້ຕົກລົງສະບັບເລກທີ 489/ຈມ.ອສພ, ລົງວັນທີ 24 ພະຈິກ 2021 ວ່າດ້ວຍການປະຕິບັດວິໄນຂັ້ນ IV ຕໍ່ພະນັກງານ-ລັດຖະກອນຂັ້ນເມືອງໂດຍໃຫ້ລຶບຊື່ຜູ້ກ່ຽວອອກຈາກການເປັນລັດຖະກອນ ແລະ ບໍ່ໄດ້ຮັບນະໂຍບາຍໃດໆ.
ຂະນະທີ່ທ່ານນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງດັ່ງກ່າວ ໄດ້ເນັ້ນໃຫ້ການນຳແຕ່ລະຂະແໜງ ການອ້ອມຂ້າງເມືອງເອົາໃຈໃສ່ສຶກສາອົບຮົມພະນັກງານ-ລັດຖະກອນພາຍໃນກົມກອງຂອງຕົນໃຫ້ມີສະຕິ, ປະຕິບັດຕາມກົດໝາຍ, ເປັນແບບຢ່າງທີ່ດີຂອງສັງຄົມ, ໂປ່ງໃສ ແລະ ຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງແທ້ຈິງ.

