ລາວ-ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຄວາມສະຫງົບ

ໜັງສືພິມກອງທັບປະຊາຊົນຫວຽດນາມ ລາຍງານວ່າ: ວັນທີ 9 ມັງກອນ 2022, ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ນຳໂດຍທ່ານພົນເອກ ວິໄລ ຫຼ້າຄຳຟອງກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວວ່າ: ເຖິງວ່າສອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຍ້ອນການແພ່ລະບາດຂອງພະຍາດໂຄວິດ-19, ແຕ່ການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ກະຊວງຕຳຫຼວດຫວຽດນາມ-ກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະຍັງພັດທະນາຢ່າງບໍ່ຢຸດຢັ້ງກ້າວເຂົ້າສູ່ລວງເລິກບັນລຸປະສິດທິຜົນຢ່າງແທ້ຈິງ.
ທ່ານພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງກະຊວງໃນປີ 2021 ບັນລຸໄດ້ຜົນງານຕັ້ງໜ້າໃນທຸກຂົງເຂດ, ພິເສດໃນການປາບປາມ, ຕ້ານອາຊະຍາກຳຢາເສບຕິດ ແລະອາຊະຍາກຳຂ້າມຊາດພ້ອມທັງ ເຊື່ອໝັ້ນວ່າ: ການພົວພັນຮ່ວມມືລະຫວ່າງສອງກະຊວງ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນສ້າງສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມລະຫວ່າງສອງປະເທດກໍ່ຄືເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ.
ເພື່ອເຮັດສຳເລັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ກໍຄືເພື່ອຮັບປະກັນຄວາມປອດໄພໃຫ້ປີ 2022 ເຊິ່ງເປັນປີສະຫລອງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ, ທ່ານ ໂຕເລີມ ແລະທ່ານ ວິໄລ ຫຼ້າຄຳຟອງ ໄດ້ແລກປ່ຽນບາງທິດທາງຮ່ວມມືຕົ້ນຕໍ ໂດຍເຫັນພ້ອມສືບຕໍ່ຮັກສາການພົບປະການນຳທຸກຂັ້ນລະຫວ່າງສອງກະຊວງທັງໃນຮູບແບບໂດຍກົງ ແລະທາງໄກ, ສົມທົບກັນແກ້ໄຂກໍລະນີເກີດຂຶ້ນໂດຍໄວ, ທັນການ, ບໍ່ໃຫ້ອິດທິກຳລັງປໍລະປັກ, ອາຊະຍາກອນ ເຄື່ອນໄຫວທຳລາຍຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ, ປະຕິບັດບັນດາເນື້ອໃນແຜນການຮ່ວມມືປີ 2022 ຢ່າງເຂັ້ມງວດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງຕ່າງຝ່າຍຕ່າງສົນໃຈໂດຍສະເພາະສະພາບການໂລກ ແລະພາກພື້ນທີ່ກະທົບເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງຫວຽດນາມ-ລາວ.

