ສານສັ່ງປ່ອຍ ຢໍໂຄວິດ ໄປຫລິ້ນອອສເຕຣລຽນໂອເພັນໄດ້

ໂນວັກ ຢໍໂຄວິດ ໄດ້ຮັບການປ່ອຍຕົວຈາກການຖືກຄວບຄຸມຕົວແລ້ວ ຫລັງຈາກສານຕັດສິນໃຫ້ລາວເປັນຝ່າຍຊະນະການອຸທອນຈາການທີ່ກ່ອນຫນ້ານີ້ຖືກຍົກເລີກວີຊາ ແຕ່ທາງພາກລັດກໍຍັງບໍ່ຍອມປ່ອຍງ່າຍໆ.
ແນນໂທນີ ເຄລລີ ຜູ້ພິພາກສາປະຈຳສານໃນນະຄອນເມລເບີນ ປະເທດອອສເຕຣເລຍ ສັ່ງໃຫ້ທາງການປ່ອຍຕົວ ໂນວັກ ຢໍໂຄວິດ ນັກເຕັນນິສມື 1 ຂອງໂລກໃຫ້ເປັນອິດສະຫລະ ແລະຍົກເລີກມາດຕະການຖອນວີຊາຂອງລາວ ເຮັດໃຫ້ ລາວ ສາມາດຢູ່ໃນ ອອສເຕຣເລຍ ແລະ ລົງຫງລິ້ນ ເຕັນນິສ ແກຣນສະແລມ ລາຍການອອສເຕຣລຽນ ໂອເພັນ ໄດ້.
ໄລຍະບໍ່ເທົ່າໃດມື້ທີ່ຜ່ານມາປະເດັນຂອງ ຢໍໂຄວິດ ກາຍເປັນປະເດັນຮ້ອນໃນວົງການກິລາ ເລີ່ມສຈາກການທີ່ລາວບອກວ່າໄດ້ຮັບຂໍ້ຍົກເວັ້ນເປັນກໍລະນີພິເສດໃຫ້ເດີນທາງໄປທີ່ ອອສເຕຮເລຍ ໄດ້ເຖິງວ່າຈະຍັງບໍ່ສະແດງຫລັກຖານຢ່າງຈະແຈ້ງວ່າເຄີຍຮັບວັກຊີນປ້ອງກັນໄວຣັສ ໂຄວິດ-19 ມາຫລືຍັງກໍຕາມ ລວມເຖິງການທີ່ລາວຖືກພາໄປກັກຕົວເພາະວີຊາທີ່ລາວໃຊ້ໃນຄັ້ງນີ້ມັນບໍ່ໄດ້ຄວບຄຸມເຖິງການເຮັດໃຫ້ລາວໄດ້ຮັບຂໍ້ຍົກເວັ້ນເປັນກໍລະນີພິເສດທີ່ລະບຸເອົາໄວ້.
ທັງນີ້ ໃນຕອນທຳອິດ ຢໍໂຄວິດ ຈະຕ້ອງຖືກສົ່ງຕົວອອກຈາກ ອອສເຕຣເລຍ ທັນທີນຳ ແຕ່ລາວຍື່ນອຸທອນຈົນເຮັດໃຫ້ຍັງບໍ່ໄດ້ຢູ່ໃນ ອອສເຕຣເລຍ ຕໍ່ ແລະ ຖ້າເບິ່ງຄຳຕັດສິນຂອງສານ ຈົນເມື່ອວັນຈັນທີ 10 ມັງກອນທີ່ຜ່ານມາ ຜູ້ພິພາກສາ ເຄລລີ ກໍຕັດສິນໃຈໃຫ້ ຢໍໂຄວິດ ຊະນະການອຸທອນ ໂດຍເບິ່ງວ່າການຕັດສິນໃຈຂອງພາກລັດມັນບໍ່ສົມເຫດສົມຜົນ ເພາະຄິດວ່າ ຢໍໂຄວິດ ເຮັດຕາມຂັ້ນຕອນທຸກຢ່າງແລ້ວ ໂດຍຜູ້ພິພາກສາເຖິງຂັ້ນເວົ້າຂຶ້ນມາອີກວ່າ ‘‘ ຊາຍຄົນນີ້ສາມາດເຮັດຫຍັງຫລາຍກວ່ານີ້ໄດ້ອີກຫລືບໍ່ ’’
ແນວໃດກໍຕາມ ຄຣິສ ທຣານ ທະນາຍຄວາມຂອງທາງພາກລັດກໍກ່າວໃນສານວ່າ ກະຊວງທີ່ເບິ່ງແຍງການກວດຄົນເຂົ້າເມືອງຂອງ ອອສເຕຣເລຍ ອາດຈະພິຈາລະນາກ່ຽວກັບການຍົກເລີກວີຊາຂອງ ຢໍໂຄວິດ ອີກຄັ້ງຫນຶ່ງ ໂດຍຕາມກົດຜູ້ອົບພະຍົບຂອງ ອອສເຕຣເລຍ ນັ້ນລະບຸວ່າ ລັດຖະມົນຕີປະຈຳກະຊວງມີອຳນາດຂັ້ນເດັດຂາດທີ່ຈະຍົກເລີກວີຊາໄດ້ທຸກຄົນ ບໍ່ວ່າຈະໃນກໍລະນີໃດໆກໍຕາມ ເຖິງຜູ້ພິພາກສາ ເຄລລີ ກໍບອກວ່າຫາກເຮັດແບບນັ້ນກໍອາດຈະເຮັດໃຫ້ ຢໍໂຄວິດ ຕ້ອງຖືກຫ້າມຈາກການເຂົ້າປະເທດອອສເຕຣເລຍ ເປັນເວລາ 3 ປີ.

