ວັນທີ 10 ມັງກອນ 2022 ນີ້, ຢູ່ຫ້ອງປະຊຸມ ຫ້ອງການລັດຖະບານ ສສ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເປັນປະທານຮ່ວມຊີ້ນຳກອງປະຊຸມຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2022.
ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 43 ກໍຄື ຂໍ້ຕົກ ລົງວ່າດ້ວຍການຮ່ວມມື ປະຈໍາປີ 2021 ແລະ ພ້ອມກັນປຶກສາຫາລື ທິດທາງແຜນການຮ່ວມມື ໃນປີ 2022, ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິ ບັດຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໃນປີ 2021 ທີ່ຜ່ານມາ, ເຊິ່ງສາມາດບັນລຸຜົນສຳເລັດໃນຫລາຍດ້ານ ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ; ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດຢ່າງເປັນປົກກະຕິ; ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງກໍໄດ້ຮັບເປີດກວ້າງດ້ວຍຫລາຍຮູບການ, ປັດຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນຢູ່ ສສຫວຽດນາມ ມີຫລາຍກວ່າ 14.000 ຄົນ.
ສຳລັບທິດທາງແຜນການຮ່ວມມື ໃນປີ 2022 ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫລງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສອງຝ່າຍສູ້ຊົນຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10-15% ທຽບໃສ່ປີຜ່ານມາ; ສືບຕໍ່ຜັນຂະຫຍາຍການບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ,ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້ ສອງຝ່າຍ ກໍຈະພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂ ເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.
ພາຍຫລັງສຳເລັດກອງປະຊຸມ, ສອງນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະກິດ ສອງປະເທດ ຈຳ ນວນ 9 ສະບັບ, ໃນນີ້ພາກລັດວິສາຫະກິດ 1 ສະບັບ ຄື: ມອບ-ຮັບໃບຢັ້ງຢືນຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງ ລັດຖະບານລາວຈາກ 20% ຂຶ້ນເປັນ 60% ຂອງທ່າເຮືອຫວຸງອາງ 1,2,3 ທຶນຈົດທະບຽນ ໃນບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ. ຫລັງຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢູ້ງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມຄັ້ງທີ 44 ຂອງ ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມຄັ້ງນີ້, ເຊິ່ງຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫລາຍຂຶ້ນ ເຊິ່ງເປັນຂີດໝາຍອັນໃໝ່ ໃນປີ 2022. ພິເສດ ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງ ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ ເພື່ອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ.
ພາຍຫລັງ ສຳເລັດກອງປະຊຸມ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັັ້ງທີ 44 ປະຈຳປີ 2022, ໃນຕອນບ່າຍຂອງວັນດຽວກັນ ໄດ້ມີກອງປະຊຸມພົບປະທຸລະກິດລາວ ແລະ ຫວຽດນາມ ໂດຍ ມີ 2 ນາຍົກລັດ ຖະມົນຕີ ເຂົ້າເປັນປະທານຮ່ວມກອງປະຊຸມດັ່ງກ່າວ ເພື່ອໃຫ້ນັກທຸລະກິດສອງຝ່າຍໄດ້ຮ່ວມມືລົງທຶນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ຂອງບັນດາທຸລະກິດ ຫວຽດນາມ ລົງທຶນ ຢູ່ ລາວ ແລະ ທຸລະກິດລາວ ລົງທຶນ ຢູ່ຫວຽດນາມ.
ຂໍ້ມຸນຂ່າວ: ຂປລ