ໄຊປຣັສພົບໂຄວິດສາຍພັນປະສົມ ເດວຕາ-ໂອມິຄຣອນ (ເດວຕາຄຣອນ) ມີຜູ້ຕິດເຊື້ອແລ້ວ 25 ຄົນ

Leondios Kostrikis ສາສະດາຈານດ້ານວິທະຍາສາດຊີວະພາບແຫ່ງມະຫາວິທະຍາໄລໄຊປຣັສ ຄົ້ນພົບໄວຣັສໂຄວິດທີ່ລວມສາຍພັນເດວຕາ ແລະ ໂອມິຄຣອນ ໂດຍເອີ້ນສາຍພັນນີ້ວ່າ: “ເດວຕາຄຣອນ” (Deltacron) ເນື່ອງຈາກມີລາຍເຊັນທາງພັນທຸກຳ (Genetic Signature) ຄືໂອມິຄຣອນພາຍໃນຈີໂນມເດວຕາ. ຕາມການລາຍງານຂອງສຳນັກຂ່າວ Bloomberg.

ມາຮອດປັດຈຸບັນ Kostrikis ແລະ ທີມວິໄຈຂອງລາວພົບຜູ້ຕິດເຊື້ອໄວຣັສສາຍພັນນີ້ແລ້ວ 25 ຄົນ, ແຕ່ຍັງໄວເກີນໄປທີ່ຈະບອກວ່າຈຳນວນຜູ້ຕິດເຊື້ອມີຫລາຍກວ່ານີ້ ຫລື ບໍ່ ຫລື ຜົນກະທົບທີ່ອາດເກີດຈາກສາຍພັນນີ້.

“ເຮົາຈະໄດ້ເຫັນກັນໃນອະນາຄົດວ່າສາຍພັນນີ້ເຮັດໃຫ້ເກີດພະຍາດໄດ້ຫລາຍກວ່າ ຫລື ແພ່ກະຈາຍໄດ້ຫລາຍກວ່າ ຫລື ຈະກາຍເປັນສາຍພັນທີ່ພົບທົ່ວໄປ ຫລື ບໍ່ ເມື່ອທຽບໃສ່ໄວຣັສສອງສາຍພັນຫລັກຄືເດວຕາ ແລະ ໂອມິຄຣອນ” Kostrikis ກ່າວໃນການໃຫ້ສຳພາດຕໍ່ Sigma TV Friday. ພ້ອມທັງກ່າວວ່າ: ທີມວິໄຈໄດ້ສົ່ງຜົນການຄົ້ນພົບດັ່ງກ່າວໃຫ້ GISAID ເຊິ່ງເປັນຖານຂໍ້ມູນນາໆຊາດທີ່ຮວບຮາບລະຫັດພັນທຸກຳຂອງໄວຣັສແລ້ວ.

ການຄົ້ນພົບສາຍພັນເດວຕາຄຣອນເກີດຂຶ້ນໃນຂະນະທີ່ໂອມິຄຣອນຍັງແພ່ກະຈາຍຢ່າງວ່ອງໄວໄປທົ່ວໂລກ ເຊິ່ງລວມທັງອາເມລິກາ ທີ່ປັດຈຸບັນໂອມິຄຣອນກາຍເປັນສາຍພັນຫລັກແລ້ວ ໂດຍອາເມລິກາລາຍງານຜູ້ຕິດເຊື້ອປະຈຳວັນສະເລ່ຍ 7 ວັນ ຫລາຍກວ່າ 600.000 ຄົນ ຈາກການວິເຄາະຂອງ CNBC ຕາມຂໍ້ມູນຂອງມະຫາວິທະຍາໄລຈອນຮອບກິນ ໃນວັນທີ 7 ມັງກອນ ເຊິ່ງຕົວເລກດັ່ງກ່າວເພີ່ມຂຶ້ນເຖິງ 72% ຈາກອາທິດກ່ອນໜ້ານັ້ນ.

ອ້າງອີງ:

https://www.cnbc.com/…/cyprus-reportedly-discovers-a…