ນັກມວຍຣັສເຊຍ ເສຍຊີວິດແລ້ວ ຫລັງຖືກນ໊ອກອາການສາຫັດ 10 ມື້

ອາເຣສ ຊາຮາຄຽນ ນັກມວຍຊາວຣັສເຊຍເຊື້ອສາຍອາເມເນຍ ຂຶ້ນຊົກກັບ ອີກໍ ເຊເມີນິນ ທີ່ເມືອງຊາມາຣາ ປະເທດຣັສເຊຍ ໃນແຂ່ງຂັນສະຫລອງຄຣິສມາສເມື່ອວັນທີ 26 ທັນວາທີ່ຜ່ານມາ ເຊິ່ງຜົນກົດວ່າ ຊາຮາຄຽນ ໄດ້ຮັບບາດເຈັບຢ່າງຫນັກ ຫລັງເສຍນ໊ອກ ເຮັດໃຫ້ຖືກນຳຕົວສົ່ງໂຮງຫມໍໃນທັນທີ.
ຈົນຫລ້າສຸດມີລາຍງານວ່າ ທີມຫມໍບໍ່ສາມາດຍືດຊີວິດຂອງນັກຊົກຊາວຣັສເຊຍ ອາຍຸ 26 ປີໄວ້ໄດ້ ແລະ ເສຍຊີວິດແລ້ວຢ່າງສະຫງົບເມື່ອວັນເສົາທີ່ຜ່ານມາ ຫລັງນອນປິ່ນປົວໃນຫ້ອງມໍລະສຸມດົນກວ່າ 10 ມື້ ເຊິ່ງທີມຫມໍພິສູດສາເຫດວ່າ ເປັນເພາະອາການສະຫມອງບວມ ເນື່ອງຈາກໄດ້ຮັບບາດເຈັບສາຫັດ.
ຂະນະທີ່ພີ່ນ້ອງຂອງ ຊາຮາຄຽນ ຢືນຢັນວ່າ ພິທີສົບຂອງນັກຊົກຫນຸ່ມ ຈະຖືກຈັດຂຶ້ນທີ່ເມືອງຊາມາຣາ ປະເທດຣັສເຊຍ ໃນວັນທີ 11 ມັງກອນນີ້ ກ່ອນຈະເຄື່ອນຍ້າຍສົບໄປຝັງໄວ້ໃນເມືອງເຣວານ ປະເທດອາເມເນຍຕໍ່ໄປ.
ສຳລັບອາເຣສ ຊາຮາຄຽນ ເປັນຫນຶ່ງໃນນັກຊົກອະນາຄົດໄກ ທີ່ມີສະຖິຕິການຊົົກທີ່ດີເດ່ັນ ຊະນະນ໊ອກ 5 ຄັ້ງ ຈາກ 9 ຄັ້ງ ໃນການຊົກລະດັບອາຊີບ ໂດຍ 4 ຄັ້ງທຳອິດການຊົກຢູ່ໄທ ກ່ອນທີ່ຈະຍ້າຍໄປຊົກໃນບ້ານເກີດທີ່ຣັສເຊຍໃນ 5 ຄັ້ງຫລ້າສຸດ.

