ສະເທືອນທີມໃຫຍ່ພຣີເມຍລີກ ອັງກິດ ກຽມໃຊ້ກົດກັກຕົວນັກເຕະເມີນວັກຊີນໂຄວິດ-19

ເດລີເມລ ສື່ຊື່ດັງຂອງອັງກິດ ລາຍງານວ່າ ນາຄິນ ດໍຣີ ລັດຖະມົນຕີວ່າການກະຊວງວັດທະນະທຳ ເປີດເຜີຍວ່າ ລັດຖະບານພວມພິຈາລະນາເລືອງການບັງຄັບໃຊ້ມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເທົ່າທຽມກັນທັງປະເທດ ຫລັງຈາກຕອນນີ້ມີປະລິມານວັກຊີນໃຫ້ບໍລິການຢ່າງທົ່ວເຖິງແລ້ວ ແລະ ການແຜ່ລະບາດກັບມາຢູ່ໃນສະຖານະການທີ່ຫນ້າເປັນຫ່ວງອີກເທື່ອຫນຶ່ງ ເພື່ອກະຕຸ້ນໃຫ້ທຸກຄົນເນັ້ນຫນັກເຖິງການສ້າງພູມຄຸ້ມກັນ.
ເວລານີ້ລັດຖະບານອັງກິດໄດ້ກຳນົດມາດຕະການວ່າ ປະຊາຊົນທົ່ວໄປທີ່ເດີນທາງຈາກຕ່າງປະເທດເຂົ້າສູ່ອັງກິດ ແລະ ຍັງບໍ່ໄດ້ຮັບວັກຊີນ ໂຄວິດ-19 ຈະຕ້ອງຜ່ານການກັກຕົວ 10 ວັນກ່ອນ ເຊິ່ງກ່ອນຫນ້ານີ້ກຸ່ມນັກກິລາອາຊີບໄດ້ຮັບການຍົກເວັ້ນມາດຕະການນີ້ ຫາກຢູ່ໃນ ບັບເບິລ ຢ່າງເຄັ່ງຄັດ ໂດຍບໍ່ອອກນອກສະຖານທີ່າມທີ່ກຳນົດ.
ແຕ່ຫາກລັດຖະບານອັງກິດບັງຄັບໃຊ້ມາດຕະການກັກຕົວ 10 ວັນຫລັງເດີນທາງເຂົ້າປະເທດກັບທຸກຄົນທີ່ຍັງບໍ່ສີດວັກຊີນໂຄວິດ-19 ໂດຍບໍ່ມີຂໍ້ຍົກເວັ້ນໃຫ້ກັບນັກກິລາອາຊີບ ກໍຈະສ່ງຜົນກະທົບໂດຍກົງກັບສະໂມສອນທີ່ຕ້ອງໄປແຂ່ງຂັນໃນຕ່າງປະເທດເປັນປະຈຳ ຫລືມີນັກເຕະທີ່ຕ້ອງເດີນທາງກັບໄປຮັບໃຊ້ທີມຊາດ ລວມເຖິງຜູ້ຫລິ້ນທີມຊາດອັງກິດໃນກໍລະນີທີ່ຕ້ອງລົງງຫລິ້ນເປັນທີມຢາມ.
ທັງນີ້ທີມໃນພຣີເມຍລີກທີ່ຍັງຕ້ອງລົງເຕະບານຂັນຢູຣົບ ປະກອບດ້ວຍ ແມນເຊສເຕີ ຢູໄນເຕັດ, ລີເວີພູລ, ແມນເຊສເຕີ ຊິຕີ ແລະ ເຊລຊີ ໃນການແຂ່ງຂັນຢູຟາ ແຊ໊ມປຽນລີກ, ເວສແຮມ ຢູໄນເຕັດ ໃນການແຂ່ງຂັນຢູໂຣປາລີກ ແລະ ເລສເຕີ ຊິຕີ ໃນການແຂ່ງຂັນຢູໂຣປາ ຄອນເຟີເຣນ ລີກ ຮອບເພລອອຟ.
ປັດຈຸບັນມີນັກເຕະທີ່ຍັງບໍ່ໄດ້ຮັບວັກຊີນໂຄວິດ-19 ໃນການພຣີເມຍລີກ ອັງກິດ ຈຳນວນ 16 ເປີເຊັນ ແລະ ໃນລີກຮອງພາຍໃຕ້ການເບິ່ງແຍງຂອງບານເຕະລີກອາຊີບອັງກິດ ທັງ ແຊ໊ມປຽນຊິບ,ລີກວັນ ແລະ ລີກທູ ຈຳນວນ 25 ເປີເຊັນ.

