ລືມຫຍັງລືມໄດ້ ແຕ່ຢ່າເປັນຄົນລືມໂຕ ດັ່ງງົວລືມຕີນ!

ສໍານວນນີ້ ສ່ອງແສງໃຫ້ເຫັນຄົນທີ່ລືມໂຕ ລືມຕະກຸນລຸນຊາດ ເໝືອນດັ່ງ ງົວ ທີ່ລືມຮອຍຕີນໂຕເອງ ຈົນຫາທາງກັບຄອກບໍ່ຖືກ. ການລືມໂຕ ເປັນເລື່ອງປົກກະຕິຂອງຄົນເຮົາ ເຊິ່ງບາງຄົນກໍເປັນແບບນັ້ນແທ້ຈາກ ທີ່ບໍ່ເຄີຍມີຕຳແໜ່ງ ບໍ່ມີໜ້າທີ່ວຽກງານທີ່ດີ ບໍ່ມີອຳນາດເມື່ອກ່ອນ ເມື່ອໄດ້ຮັບຕຳແໜ່ງຈຶ່ງລືມໂຕ ຫລົງອຳນາດ.
ຕົວຢ່າງ: ຄົນລືມໂຕ ເໝືອນດັ່ງ ງົວລືມຕີນນັ້ນ ເປັນເລື່ອງປົກກະຕິຂອງຄົນເຮົາ ເມື່ອປະສົບຜົນສຳເລັດໃນໜ້າທີ່ວຽກງານ ກໍຢາກມີສັງຄົມໃໝ່ ໝູ່ເພື່ອນໃໝ່ທີ່ມີຖານະເທົ່າທຽມໂຕເອງ ບໍ່ຢາກຄົບຄ້າສະມາຄົມກັບຄົນຕ່າງຖານະກັນ ເຊິ່ງເປັນບ່ອນທີ່ໂຕເອງກຳເນີດເກີດມາ. ບາງຄົນເມື່ອມີຕຳແໜ່ງໃຫຍຍ່ສູງ ກໍເລີ່ມປ່ຽນໄປ ເລີ່ມລືມໂຕ ບໍ່ຄົບໝູ່ເພື່ອນທີ່ເຄີຍຫລິ້ນນຳກັນແຕ່ຕອນເດັກ ຫລື ແມ່ນແຕ່ຍາດພີ່ນ້ອງກໍດີ ເຊິ່ງບາງຄົນ ຕ້ອງເຮັດແບບນີ້ກໍເພື່ອປົກປ້ອງໂຕເອງ ເພາະການມີຕຳແໜ່ງ ຍ່ອມມີອຳນາດ ມີບາລະມີ ແລະ ມັນກໍສາມາດໃຊ້ໄດ້ຫລາຍຢ່າງ ບໍ່ວ່າຈະກູ້ຢືມເງິນ ບໍ່ວ່າຈະເປັນຜູ້ຄໍ້າປະກັນໃຫ້ຄົນອື່ນ ດັ່ງຍາດພີ່ນ້ອງມາຂໍຮ້ອງໃຫ້ຊ່ວຍຄໍ້າປະກັນ(ພີ່ນ້ອງບາງຄົນບໍ່ມີວິໄນການເງິນ ເຮັດໃຫ້ຄົນຄໍ້າປະກັນຕ້ອງຮັບຜິດຊອບໜີ້ສິນແທນ)
ທ່ານຜູ້ອ່ານ! ໃນບັ້ນໜຶ່ງຂອງຊີວິດຄົນເຮົາ ທີ່ເລີ່ມປະສົບຜົນສໍາເລັດ ຄືມີໜ້າທີ່ ມີຍົດຖາບັນດາສັກສູງສົ່ງ ບາງຄົນກໍເລີ່ມລືມໂຕ ໂດຍຖືວ່າໂຕເອງມີຖານະສູງກວ່າ ເຊິ່ງອາການລືມໂຕຂອງບາງຄົນ ອ່າວຈະ ແຈ້ງ ແລະ ເມື່ອເຖິງຕອນພັກຜ່ອນບຳນານ ຈຶ່ງນຶກຄິດໄດ້ເມື່ອພົບວ່າ ລາບ ຍົດ ຄຳຍ້ອງຍໍສັນລະເສີນ ມັນກໍເທົ່ານັ້ນເອງ ເມື່ອຄິດໄດ້ ບາງຄົນກໍປ່ອຍວາງ ເຊົາລືມໂຕ ກັບໄປສູ່ວິຖີຊີວິດແບບງ່າຍດາຍຄືເກົ່າເພາະນີ້ຄືຄວາມສຸກທີ່ແທ້ຈິງ.
ສະຫລຸບແລ້ວ ຄົນເຮົາ ລືມຫຍັງລືມໄດ້ ແຕ່ຢ່າລືມໂຕ ຢ່າເປັນຄົນເນລະຄຸນຄົນເມື່ອເຮົາໄດ້ດີ ຢ່າເຫັນແກ່ໂຕຈົນບໍ່ມີໃຜຄົບຄ້າສະມາຄົມ ເພາະເຊື່ອກັນວ່າການເນລະຄຸນຄົນບໍ່ມີຄວາມຈະເລີນແທ້!

