ເອັດ ວູດເວີດ ຜິດຫວັງເຮັດພາລະກິດສຸດທ້າຍບໍ່ສຳເລັດກ່ອນລົງຈາກຕຳແຫນ່ງຜູ້ບໍລິຫານແມນຢູ

ອີເອັສພີເອັນ ສື່ກິລາຊື່ດັງ ລາຍງານວ່າ : ເອັດ ວູດເວີດ ທີ່ກຽມຕົວຈະລາອອກຈາກຕຳແຫນ່ງປະທານບໍລິຫານສະໂມສອນໄລຍະທ້າຍເດືອນມັງກອນນີ້ຢ່າງແນ່ນອນແລ້ວ.
ມີລາຍງານວ່າ ວູດເວີດ ຫມາຍປອງທີ່ຈະເຮັດພາລະກິດສຸດທ້າຍໃນຖານະປະທານບໍລິຫານສະໂມສອນໃຫ້ສຳເລັດ ນັ້ນກໍຄືການຄວ້າ ແຮຣີ ເຄນ ດາວຍິງຈາກສະໂມສອນຂອງ ທັອດແນມ ຮັອດສະເປີ ມາຮ່ວມທີມໃຫ້ໄດ້ໃນໄລຍະຕະຫລາດຊື້-ຂາຍເດືອນມັງກອນນີ້ ແຕ່ສະຖານະການລະຫວ່າງ ເຄນ ແລະ ສະເປີ ເປັນເລື່ອງຍາກທີ່ຈະໄດ້ນັກເຕະໃນຕະຫລາດຊື້-ຂາຍຮອບນີ້ ເຊິ່ງລາຍງານວ່າ ເອັດ ວູດເວີດ ຜິດຫວັງຈາກການພາດຄວ້າ ແຮຣີ ເຄນ ເປັນຢ່າງຍິ່ງ.
ສ່ວນຄົນທີ່ຈະຂຶ້ນມາແທນໃນຕຳແຫນງຂອງ ເອັດ ວູດເວີດ ສະໂມສອນໄດ້ແຕ່ງຕັ້ງ ຣິຊາດ ອາໂນລ ກຳມະການຜູ້ຈັດການຂຶ້ນມາເປັນປະທານບໍລິຫານໃຫມ່ ເຊິ່ງຈະເລີ່ມວຽກວັນທີ 1 ກຸມພາ 2022 ນີ້ ໂດຍທີ່ລາວເຂົ້າມາເຮັດວຽກກັບ ແມນເຊສເຕີ ຢູໄນເຕັດ ໃນໄລຍະລະດູການ 2007/08 ໂດຍຮັບງານຜູ້ອຳນວຍການດ້ານການຕະຫລາດ ແລະ ເຮັດການເງິນຂອງສະໂມສອນມີສະພາບດີຂຶ້ນ ຫລັງຈາກນັ້ນກໍມີສ່ວນສຳຄັນໃນການເຮັດໃຫ້ສັນຍາດ້ານຜູ້ສະຫນັບສະຫນູນ, ການຂາຍປີກ, ການຕະຫລາດ ແລະ ທຸລະກິດດ້ານສື່ດີຈີຕອລຂອງສະໂມສອນພັດທະນາໄປໃນທີ່ດີຂຶ້ນເລື້ອຍໆ.
ນອກຈາກນີ້ ລາວຄືຄົນສຳຄັນທີ່ເຮັດໃຫ້ທີມເຄີຍໄດ້ ເຊບໂຣເລັດ ຍີ່ຫໍ້ລົດຊື່ດັງມາເປັນຜູ້ສະຫນັບສະຫນູນຢູ່ເທິງເອິກເມື່ອປີ 2014 ໂດຍທີ່ມີການເຊັນສັນຍາກັນຍາວ 7 ປີ ແລະ ມີມູນຄ່າລວມ 600 ລ້ານໂດລາສະຫະລັດ ເຊິ່ງຖືເປັນສັນຍາດ້ານຜູ້ສະຫນັບສະຫນູນໃນຊຸດແຂ່ງຂັນທີ່ມີມູນຄ່າສູງທີ່ສຸດໃນປະຫວັດສາດໃນວົງງການບານເຕະນຳອີກ.
