ບູຣໂນ ຖຶກເອເຍ່ນສະເຫນີຂາຍໃຫ້ຫນຶ່ງທີມໃຫຍ່ໃນເອີຣົບ.

ວັນທີ 8 ມັງກອນ ເອລ ນາຊີນອລ ສື່ຂອງສະເປນລາຍງານວ່າ ຈອສ ເມນເດສ ຕົວແທນຂອງ ບຣູໂນ ເຟີນານເດສ ກອງກາງທີມຊາດປອກຕຸຍການຂອງ “ຜີສາດແດງ” ແມນເຊສເຕີ ຢູໄນເຕັດ ໄດ້ສະເໜີນັກເຕະຊາວສະເປນ ໃນການດູແລຂອງເຂົາໃຫ້ກັບ “ເຈົ້ານັກບຸນ” ບາເຊໂລນາ ທີມໃຫຍ່ຂອງ ລາລີກາ ສະເປນ.

ບຣູໂນ ໃນໄວອາຍຸ 27 ປີ ຍິງໄປ 5 ປະຕູ ກັບອີກ 9 ແອສຊິດ ໃນການລົງຫຼິ້ນ 24 ນັດໃນທຸກການແຂ່ງຂັນໃຫ້ກັບ ຜີສາດແດງ ໃນລະດູການນີ້, ແຕ່ກໍ່ຍັງບໍ່ຢູ່ໃນຟອມທີ່ດີທີ່ສຸດຂອງຕົນເອງ ແລະ ຂາດຄວາມສະຫມ່ຳສະເຫມີ ເຊິ່ງບັນດາກູຣູບານເຕະສ່ວນຫນຶ່ງເບິ່ງວ່າເປັນເພາະການມາຂອງ ຄຣິສເຕຍໂນ ໂຣນັລໂດ້ ເຊິ່ງເຮັດໃຫ້ຟອມຂອງ ບຣູໂນ ຫລຸດລົງ ແລະ ມີບົດບາດຫນ້ອຍລົງໃນທີມ, ທ່າມກາງຂ່າວວ່າມີນັກເຕະຜີສາດແດງຫຼາຍຄົນຢາກຍ້າຍທີມ ຍິ່ງເຮັດໃຫ້ອະນາຄົດຂອງ ບຣູໂນ ເປັນເຄື່ອງໝາຍຄໍາຖາມ.

ຕາມ​ການ​ລາຍ​ງານ​ຫຼ້າ​ສຸດ​ຈາກ​ສື່​ຂອງ​ສະເປນ ເມນເດສ ​ໄດ້​ລິ​ເລີ່​ມການ​ຕິດ​ຕໍ່​ກັບ ບາ​ເຊ​ໂລ​ນາ ​ເພື່ອ​ສະ​ເໜີ​ໂອກາດ​ເຊັນ​ສັນຍາ​ໃນ​ປີ​ນີ້, ຂະນະ​ທີ່ ບາ​ເຊ​ໂລ​ນາ ​ກໍ່ໃຫ້​ຄວາມ​ສົນ​ໃຈ​ຢູບໍ່ຫນ້ອຍ, ​ແຕ່​ພວກເຂົາເຫັນ ບຣູ​ໂນ ​ເປັນ​ຕົວເລືອກ​ສຳຮອງ ໃນກໍລະນີ ພາດການຄວ້າຕົວ ເອິຣິງ ຮາແລນ ກອງໜ້າຂອງ ໂບຣຸສເຊຍ ດອດມຸນ ເທົ່ານັ້ນ.