ເບລ ອາດແຂວນສະຕັດ ຫາກ ເວລ ບໍ່ໄດ້ໄປບານໂລກ.

ສື່ທີ່ຫນ້າເຊື່ອຖືຢ່າງ ‘The Athletic’ ແລະ ‘SkySport’ ໄດ້ລາຍງານສະຖານະການພ້ອມກັນວ່າ ແກເຣັດ ເບລ ປີກຊາວ ເວລ ທີ່ອາດຈະແຂວນສະຕັດອຳລາພື້ນສະຫນາມຫຍ້າ.

ສັນຍາຂອງ ເບລ ກັບ ຣຽວ ມາດຣິດ ແມ່ນຈະສິ້ນສຸດລົງຫລັງຈາກຈົບລະດູການນີ້ ແລະ ອາດເປັນລະດູການສຸດທ້າຍໃນຖານະນັກກິລາບານເຕະມືອາຊີບ.

ຢ່າງໃດກໍ່ຕາມ, ການແຂວນສະຕັດຈະເກີດຂຶ້ນກໍ່ຕໍ່ເມື່ອ ເບລ ບໍ່ສາມາດຊ່ວຍ ເວລ ຜ່ານເຂົ້າຮອບແຂ່ງຂັນບານເຕະໂລກ 2022 ທີ່ປະເທດກາຕາໄດ້

ແຕ່ເຖິງຢ່າງໃດ ຖ້າ ເວລ ໄດ້ໄປຫລີ້ນບານໂລກ ມີການລະບຸວ່າ ເບລ ຈະບໍ່ຢູ່ກັບ ຣຽວ ມາດຣິດ ຕໍ່ ແຕ່ມີແນວໂນ້ມທີ່ຈະກັບມາຫລີ້ນໃນພຣີເມຍລີກ ກັບ ຄາດິຟ ຊິຕີ ຫຼື ສະວອນຊີ ຊິຕີ້ ໃນເດະແຊມປ້ຽນຊິບເລີຍ ເພື່ອຮັກສາສະພາບຮ່າງກາຍໃຫ້ພ້ອມກັບບານເຕະໂລກ 2022 ຮອບສຸດທ້າຍທີ່ປະເທດກາຕ້າ.