ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca ເພີ່ມຈໍານວນ 500,000 ກວ່າໂດສ ຈາກປະເທດ ໂປແລນ

ໃນວັນທີ 7 ມັງກອນ 2022 ນີ້,  ສປປ ລາວ ໄດ້ຮັບວັກຊີນ AstraZeneca ເພີ່ມຈາກ ປະເທດໂປແລນ ຈໍານວນ 501,600 ໂດສ ເຊິ່ງ ພິທີມອບ-ຮັບວັກຊີນ ໄດ້ຈັດຂຶ້ນທີ່ກະຊວງສາທາລະນະສຸກ ແລະ ໂດຍການ​ກ່າວ​ຮັບຂອງ ທ່ານ ບຸນ​ແຝງ ພູມ​ມະ​ໄລ​ສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ​ຕາງ​ໜ້າ ກ່າວມອບ ຂອງທ່ານ ນາງ ໄບບ້າ ຊາລີນາ, ອຸ​ປະ​ທູດ​ແຫ່ງ​ສະ​ຫະ​ພາບ​ເອີ​ຣົບ ປະຈຳ ສປປ ລາວ ມີ​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ພະ​ນັກ​ງານ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ເຂົ້າຮ່ວມ.

ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ‘ລັດຖະບານ ສປປ ລາວ ຍິນດີທີ່ໄດ້ຮັບວັກຊີນໃນຊຸດນີ້ ແລະ ຂໍຂອບໃຈ ລັດຖະບານໂປແລນ ຕໍ່ການປະກອບສ່ວນຢ່າງຕໍ່ເນື່ອງ ເຊິ່ງຈະເປັນການປະກອບສ່ວນຢ່າງ ໃຫຍ່ຫຼວງໃຫ້ລາວໃນເປົ້າໝາຍຂອງປະເທດທີ່ຈະສັກວັກຊີນໃຫ້ກວມໄດ້ຢ່າງໜ້ອຍ 70 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ.

ພ້ອມນີ້,  ທ່ານ ອຸ​ປະ​ທູດ​ແຫ່ງ​ສະ​ຫະ​ພາບ​ເອີ​ຣົບ ປະຈຳ ສປປ ລາວ ກ່າວວ່າ: ‘ພວກເຮົາຮູ້​ສຶກ​ດີ ໃຈ​ທີ່​ໄດ້​ເຫັນ ປະເທດໂປແລນ ແລະ ທີມເອີຣົບ ໄດ້ສືບຕໍ່ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການຕ້ານການແຜ່ລະບາດຂອງໂຄວິດ ແລະ ຜົນກະທົບຂການປະກອບສ່ວນເພີ່ມໃນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານລາວ ສຸມ​ໃສ່ຂະບວນການສັກຢາວັກຊີນ ເພືອສ້າງພູມຄຸ້ມກັນໃຫ້ປະຊາຊົນໃຫ້ກວມເອົາຈຳນວນຫຼາຍຂຶ້ນ’

ວັກຊີນເຫຼົ່ານີ້ເເມ່ນຈະໄດ້​ນໍາໃຊ້ເປັນຕົ້ນເພື່ອໃຫ້ການປ້ອງກັນເເກ່​ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບເຂັມເທື່ອ. ກຸ່ມບູລິມະສິດສຳລັບການສັກວັກຊີນກັນພະຍາດ ໂຄວິດ-19 ເເມ່ນປະກອບມີ ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ ແລະ ບຸກຄະລາກອນທີ່ສໍາຄັນ ເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ, ອີງຕາມທີ່ລະບຸໄວ້ໃນ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19  ແຫ່ງຊາດ.