ໂປເຊດຕິໂນ່ ຍັງຄາດຫວັງທີ່ຈະໄດ້ຮັບຕຳແໜ່ງຜູ້ຈັດການທີມແມນຢູ ແທນທີ ຣັງນິກ

ມາຣິຊິໂອ ໂປເຊດຕິໂນ່ ຜູ້ຈັດການຂອງ ປາຣີ ແຊັງ-ແຊັກແມັງ ຍັງລໍຖ້າການຕິດຕໍ່ຢ່າງເປັນທາງການຈາກ ແມນເຊັສເຕີ ຢູໄນເຕັດ ທີ່ຕ້ອງການໃຫ້ເຂົາມາຮັບໜ້າທີ່ເປັນນາຍໃຫຍ່ “ຜີສາດແດງ” ແທນ ຣາຟ ຣັງນິກ.
ສະຖານະການພາຍໃນທັບ “ຜີສາດແດງ” ຂ້ອນຂ້າງມີບັນຫາ ໂດຍທີ່ນັກເຕະສ່ວນໃຫຍ່ບໍ່ເຊື່ອໃນທັກສະຂອງ ຣັງນິກ ແລະ ໄດ້ຮຽກຮ້ອງຫາຄູຝຶກຄົນໃໝ່, ດ້ວຍເຫດຜົນນີ້ ຄະນະບໍລິຫານງານຂອງ ແມນເຊັສເຕີ ຢູໄນເຕັດ ຕ້ອງເລັ່ງຊອກຫານາຍໃຫຍ່ຄົນໃໝ່.
ຜູ້ຈັດການທີ່ ແມນເຊັສເຕີ ຢູໄນເຕັດ ຕ້ອງການຫຼາຍທີ່ສຸດຕອນນີ້ແມ່ນ ໂປເຊດຕິໂນ່ ທີ່ເບິ່ງຄືວ່າບໍ່ມີຄວາມສຸກກັບ “ປາຣິສ” ແລະ ຕອນນີ້ນາຍໃຫຍ່ອາເຈນຕິນາ ລໍຖ້າການຕິດຕໍ່ຢ່າງເປັນທາງການຈາກ “ຜີສາດແດງ” ໂດຍ “ເດິ ຊັນ” ສື່ໃນປະເທດອັງກິດ ລາຍງານວ່າຈະມີການຕິດຕໍ່ກັບ “ພອສ” ກ່ອນລະດູຮ້ອນນີ້ໂດບມີສັນຍານທີ່ສະແດງໃຫ້ເຫັນວ່າລາວພ້ອມທີ່ຈະຍອມຮັບການສະເຫນີ.
ກ່ອນໜ້ານີ້ມີລາຍງານວ່ານັກເຕະຊຸດໃຫຍ່ຈຳນວນ 17 ຄົນ ຢາກຍ້າຍອອກຈາກ ໂອລ ແທຣຟຟອດ ເພາະບໍ່ພໍໃຈກັບການບໍລິຫານຂອງ ຣັງນິກ ແຕ່ຖ້າ ໂປເຊຕິໂນ ມາຄຸມທັບແທນ ຜູ້ຫຼິ້ນເຫຼົ່ານີ້ອາດຈະປ່ຽນໃຈໄດ້.

