ແມນຢູ ໃຫ້ຄ່າເມື່ອຍ ປ໊ອກບາ ເປັນປະຫວັດສາດພຣີເມຍລີກ ໄປພິຈາລະນາ

ແມນເຊສເຕີ ຢູໄນເຕັດ ມອບສັນຍາສະບັບໃຫມ່ໃຫ້ ປອລ ປ໊ອກບາ ໄປພິຈາລະນາ ໂດຍ ແມນຢູ ສະເຫນີທີ່ຈະຈ່າຍຄ່າເມື່ອຍໃນເບື້ອງຕົ້ນ 400,000 ປອນຕໍ່ອາທິດ ກັບເງື່ອນໄຂຕ່າງໆທີ່ຈະເຮັດໃຫ້ລາວໄດ້ເງິນເພີ່ມອີກ 100,000 ປອນ ຕາມການເປີດເຜີຍຂອງ The Sun ສື່ຂອງອັງກິດ.
ແມນເຊສເຕີ ຢູໄນເຕັດ ຍື່ນສັນຍາສະບັບໃຫມ່ໃຫ້ ປອລ ປ໊ອກບາ ກອງກາງທີມຊາດຝຣັ່ງໄປພິຈາລະນາ ໂດຍຈະເຮັດໃຫ້ລາວມີໂອກາດທີ່ຈະໄດ້ຮັບຄ່າເມື່ອຍເປັນຈຳນວນລວມອາທິດລະ 500,000 ປອນ ຕາມລາຍງານຂອງ The Sun ສື່ຂອງປະເທດອັງກິດ.
ອະນາຄົດຂອງ ປ໊ອກບາ ເຕັມໄປດ້ວຍຄວາມບໍ່ແນ່ນອນຕະຫລອດໄລຍະທີ່ຜ່ານມາ ຈາກການທີ່ລາວເຫລືອສັນຍາຈົນເຖິງລະດູການນີ້ເທົ່ານັ້ນ ນັ້ນຫມາຍຄວາມວ່າ ຕອນນີ້ລາວສາມາດເຈລະຈາເລື່ອງຍ້າຍທີມແບບບໍ່ມີຄ່າຕົວລ່ວງຫນ້າກັບທີມໃນຕ່າງແດນໄດ້ແລ້ວ ຫລັງຈົບລະດູການ 2021-22 ພຽງແຕ່ເຈົ້າເລືອກທີ່ຈະຖ້າເບິ່ງສະຖານະການກ່ອນ.
ສຳລັບເງິນ 500,000 ປອນຕໍ່ສັບອາທິດນັ້ນ ແບ່ງເປັນການຈ່າຍຄ່າເມື່ອຍແບບປົກກະຕິ 400,000 ປອນ ກັບເງື່ອນໄຂທີ່ຈະເຮັດໃຫ້ລາວມີໂອກາດໄດ້ເງິນອີກ 100,000 ປອນ ເຊິ່ງມັນກໍຈະເຮັດໃຫ້ ປ໊ອກບາ ເປັນນັກເຕະທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດໃນປະຫວັດສາດຂອງ ພຣີເມຍລີກ ທັນທີ, ແນວໃດກໍຕາມ ເດິ ຊັນ ກໍບໍ່ໄດ້ບອກວ່າສັນຍາທີ່ ແມນຢູ ຍື່ນໃຫ້ໃນຄັ້ງນີ້ມີໄລຍະເວລາຈັກປີ.

