ໂຣນັລໂດ ແຫ່ງໂຄລອມເບຍ, ເຮັດຄວາມຮູ້ຈັກ ຫລຸຍ ດີອາສ ເປົ້າຫມາຍຂອງ ລີເວີພູລ

ລີເວີພູລ ຈຳເປັນຕ້ອງຫາກອງຫນ້າມາເສີມທີມໃນໄລຍະຕະຫລາດຊື້-ຂາຍນັກເຕະຮອບ 2 ເດືອນມັງກອນນີ້ ເພື່ອທົດແທນການຂາດຫາຍໄປຂອງ ຊາດີໂອ ມາເນ ແລະ ໂມຮາເຫມັດ ຊາລາ ທີ່ເດີນທາງໄປຮັບໃຊ້ຊາດເຮັດການແຂ່ງຂັນບານເຕະ ແອຟຣິກາ ຄັບ ອອຟ ເນຊັນ.
ສຳລັບຕອນນີ້ ລີເວີພູລ ພວມສົນໃຈ ຫລຸຍ ດີອາສ ປີກຜົນງານດີຈາກ ເອຟຊີ ປໍໂຕ ໂດຍວ່າທີ່ນັກເຕະມີຄ່າໂຕປະມານ 60 ລ້ານປອນ ທີ່ສຳຄັນສັກກາຍະພາບຂອງລາວສາມາດທົດແທນ ມາເນ່ ກັບ ຊາລາ ໄດ້ເປັນຢ່າງດີ.
ເຈີເກັນ ຄລອບ ອ່າວປະທັບໃຈສັກກະຍະພາບຂອງ ດີອາສ ຢ່າງຫລາຍ ຫລັງຈາກທີ່ໄດ້ເຫັນສີຕີນກັບຕາຕົນເອງຈາກການທີ່ນຳ ລີເວີພູລ ປະທະກັບ ປໍໂຕ ສອງເກມໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ ຮອບແບ່ງກຸ່ມໃນລະດູການນີ້.
ດາວເຕະອາຍຸ 24 ປີ ຖືເປັນຄື້ນລູກໃຫມ່ໃນວົງການບານເຕະໂລກ ກ່ອນລາວຈະຍ້າຍມາຫລິ້ນກັບສະໂມສອນອາຊີບ ຫລັງຈາກຖືກຮຽກເອີ້ນຕົວມາຊ່ວຍທີມຊາດໂຄລອມເບຍ ເຮັດການແຂ່ງຂັນ ອາເມລິກາ ອອຟ ອິນດີຈີນັສ ພີເພິລ ຫລື ໂກປາ ອາເມລິກາ ສຳລັບຄົນພື້ນເມືອງ ໄລຍະກາງປີ 2015.
ຜົນງານຂອງ ດີອາສ ໄດ້ຮັບຄຳຍ້ອງຍໍຢ່າງຫລາຍຈົນໄດ້ຮັບສາຍາ ຄຣິສຕຽນໂນ ໂຣນັລໂດ ແຫ່ງ ໂຄລອມເບຍ ເພາະຜົນງານຂອງລາວມີຄວາມຕື່ນເຕັ້ນ ແລະ ຍິງປະຕູໄດ້ຢ່າງສຽບຄົມ.

