ປະໂຫຍດຈາກຖົ່ວຂຽວ ຫລຸດໄຂມັນ-ບຳລຸງຫົວໃຈ

ຖົ່ວຂຽວ ຫາກິນງ່າຍ ລາຄາຖືກ ທັງຍັງມີປະໂຫຍດຫລາຍກ່ວາທີ່ຄິດ ທັງຊ່ວຍຫລຸດຄໍເລສເຕີໂຣນ, ບຳລຸງຫົວໃຈ ແລະ ອີກຫລວງຫລາຍ ຫາກຄິດເຖິງຖົ່ວຂຽວ ທຸກຄົນນຶກເຖິງຫຍັງແດ່ ບາງຄົນອາດນຶກເຖິງລາຍການອາຫານງ່າຍໆ ເຊັ່ນ : ຕົ້ມຖົ່ວຂຽວຫວານອ່ອນໆ, ບາງຄົນອາດນຶກເຖິງຖົ່ວຂຽວເມັດທີ່ເອົາມາປູກເພື່ອໃຫ້ໄດ້ຖົ່ວງອກ, ແຕ່ຄວາມຈິງແລ້ວຖົ່ວຂຽວນັ້ນມີຄຸນປະໂຫຍດທີ່ດີຕໍ່ຮ່າງກາຍຫລາຍ ໂດຍຖົ່ວຂຽວ ປະລິມານ 100 ກຣາມ ມີຄຸນຄ່າທາງສານອາຫານດັ່ງ​ນີ້ :

  • ໂປ​ຣ​ຕິນ 24 ກ​ຣາມ.
  • ນ້ຳ​ຕານ 6 ກ​ຣາມ.
  • ເສັ້ນ​ໄຍ​ອາ​ຫານ 16,3 ກ​ຣາມ.
  • ທາ​ດ​ເຫລັກ.
  • ສານ​ໂພ​ລີ​ຟີນອ​ລ.
  • ແຄ​ໂຣ​ທີນ.

ເຊິ່ງ​ຖົ່ວ​ຂຽວ​ມີ​ປະ​ໂຫຍດ​ທີ່​ດີ​ຕໍ່​ຮ່າງ​ກາຍ ເພາະ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຫລຸດ​ລ​ະ​ດັບ​ຄໍ​ເລ​ສ​ເຕີ​ໂຣນ​ໃນ​ເລືອດ. ຈາກວຽກ​ງານ​ວິ​ໄຈ​ທີ່​ທົດ​ລອງ​ໃນ​ໜູ ລະ​ບຸ​ວ່າ : ໜູ​ທີ່​ກິນ​ຖົ່ວ​ຂຽວ​ມີ​ລະ​ດັບ​ໄຂ​ມັນ ແລະ ຄໍ​ເລ​ສ​ເຕີ​ໂຣນ​ຊະ​ນິດບໍ່​ດີ​ຫລຸດ​ລົງ ລວມ​ທັງ​ມີ​ໄຂ​ມັນ​ດີ​ເພີ່ມ​ຂຶ້ນ ຖົ່ວ​ຂຽວ​ຈຶ່ງ​ອາດ​ເປັນ​ໂຕ​ເລືອກ​ທີ່​ດີ​ໃນ​ການ​ຊ່ວຍ​ຫລຸດ​ລະ​ດັບ​ຄໍ​ເລ​ສ​ເຕີ​ໂຣນ​ທີ່ບໍ່​ດີ​ໃນ​ຮ່າງ​ກາຍ​ໄດ້.

  • ນອກ​ຈາກນີ້, ຖົ່ວ​ຂຽວ​ຍັງ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ໄຂ​ມັນ​ຫຸ້ມ​ຕັບ​ທີ່ບໍ່​ໄດ້​ເກີດ​ຈາກ​ອານ​ກໍ​ຮໍ​ໄດ້​ນຳ ມາ​ຈາກ​ຜົນ​ການ​ທົດ​ລອງ​ໃນ​ໜູ​ທີ່​ກິນ​ຖົ່ວ​ຂຽວ​ຕິດ​ຕໍ່​ກັນ 4 ອາ​ທິດ ສ່ຽງ​ໄຂ​ມັນ​ໃນ​ຕັບ​ໜ້ອຍ​ກ່​ວາ​ໜູ​ທີ່​ບໍ່ກິນ​ຖົ່ວ​ຂຽວ, ແຕ່​ທັງ​ໝົດ​ຍັງ​ເປັນ​ການ​ທົດ​ລອງ​ໃນ​ໜູ ແລະ ການ​ທົດ​ລອງ​ບາງ​ສ່ວນ​ໃຊ້​ເປືອກ​ຖົ່ວ​ຂຽວ​ມາ​ສະ​ກັດ​ ຫລື ປ​ະ​ສົມ​ຖົ່ວ​ຂຽວ​ກັບ​ພືດ​ຊະ​ນິດ​ອື່ນ ດັ່ງ​ນັ້​ນ ຄວນ​ລໍ​ຖ້າ​ການ​ສຶກ​ສາ​ໄລ​ຍະ​ຍາວ​ກັບ​ກຸ່ມ​ຄົນ​ຈຳ​ນວນ​ຫລາຍ​ເພີ່ມ​ຕື່ມ​ຕໍ່​ໄປ.
  • ຖົ່ວ​ຂຽວ​ຫລຸດຄວາມ​ສ່ຽງ​ອັນ​ຕະ​ລາຍ​ຈາກ​ຫົວ​ໃຈ : ​ມີ​ວຽກ​ງານ​ວິ​ໄຈລະ​ບຸ​ວ່າ ຖົ່ວ​ຂຽວ​ຊ່ວຍ​ປ້ອງ​ກັນ​ອາ​ການ​ກ້າມ​ຊີ້ນ​ຫົວ​ໃຈ​ຕາຍ​ໄດ້ ແລະ ຍັງ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຕໍ່​ອາ​ການ​ເນື້ອ​ເຍື່ອ​ຫົວ​ໃຈ​ຖືກ​ທຳ​ລາຍ ຈາ​ກ​ການ​ສຶກ​ສາ​ກັບ​ໜູ​ທົດ​ລອງ​ພົບ​ວ່າ ສາ​ນ​ໂພ​ລີ​ຟີນອ​ລ ເຊິ່ງ​ສະ​ກັດ​ຈາກ​ຖົ່ວ​ຂຽວ​ຊ່ວຍ​ເສີມ​ສ້າງ​ເນື້ອ​ເຍື່ອ​ຫົວ​ໃຈ​ໄດ້​ ທັງ​ຍັງ​ຊ່ວຍ​ຂັດ​ຂວາງບໍ່​ໃຫ້​ເນື້ອ​ເຍື່ອ​ຫົວ​ໃຈ​ຖືກ​ທຳ​ລາຍ ເຊິ່ງ​ເປັນ​ປັດ​ໄຈ​ທີ່​ອາດ​ນຳ​ໄປ​ສູ່​ອາ​ການ​ກ້າມ​ຊີ້ນ​ຫົວ​ໃຈ​ຕາຍ​ໄດ້, ແຕ່​ເນື່ອງ​ຈາກ​ຍັງ​ບໍ່​ມີ​ຜົນ​ການ​ທົດ​ລອງ​ໃນ​ຄົນ ຈຶ່ງ​ຄວນ​ຕິດ​ຕາມ​ຂໍ້​ມູນ​ເພີ່ມ​ຕື່ມ​ຈາກວຽກ​ງານ​ວິ​ໄຈ​ອື່ນໆ​ໃນ​ອະ​ນາ​ຄົດ​ຕໍ່​ໄປ.
  • ການ​ກິນ​ຖົ່ວ​ຂຽວ​ໃຫ້​ດີ​ຕໍ່​ສຸ​ຂະ​ພາບ ແມ່ນ​ການ​ກິນ​ໃນ​ປະ​ລິ​ມານ​ທີ່​ເໝາະ​ສົມ ປະ​ມານ 1 ກຳ​ມື​ຕໍ່​ມື້ ຫລີກ​ເວັ້ນ​ການ​ປຸງ​ແຕ່​ງ​ຖົ່ວ​ຂຽວ​ກັບ​ນ້ຳ​ຕານ ຫລື ຫາກ​ມັກ​ກິນ​ຖົ່ວ​ຂຽວ​ຕົ້ມ​ນ້ຳ​ຕານ ຫລື ນ້ຳ​ຫວານ ລວມ​ທັງ​ນ້ຳ​ຖົ່ວ​ຂຽວ ຫລື ເປັນ​ຂອງ​ຫວານ​ຕ່າງໆ ຄວນ​ບໍ​ລິ​ໂພກ​ໃນ​ປະ​ລິ​ມານ​ທີ່​ຈຳ​ກັດ​ ເພື່ອ​ຫລີກ​ເວັ້ນ​ການ​ກິນ​ນ້ຳ​ຕານ​ຫລາຍ​ເກີນ​ໄປ.