ກິນນ້ຳຕານຫລາຍເກີນໄປສ່ຽງເຮັດໃຫ້ເຖົ້າໄວແມ່ນແທ້ບໍ່ ?

ນອກຈາກນ້ຳຕານທີ່ຫລາຍເກີນໄປຈະເປັນສັດຕູກັບຮ່າງກາຍໃນດ້ານຂອງການເພີ່ມໄຂມັນໜາຮອບແອວ, ກົກຂາ, ກະໂພກ ແລ້ວຍັງເພີ່ມຄວາມສ່ຽງໃນການເປັນພະຍາດເບົາຫວານ ແລະ ພະຍາດອັນຕະລາຍອື່ນໆແລ້ວ ນ້ຳຕານຍັງເປັນສັດຕູກັບຄວາມງາມ ເພາະເຮັດໃຫ້ເຮົາເບິ່ງເຖົ້າກ່ວາອາຍຸໂຕຈິງນຳແມ່ນຫລືບໍ່ ຂໍ້ມູນຈາກນັກວິໄຈລະບຸວ່າ : ນ້ຳຕານເປັນສ່ວນປະສົມທີ່ນິຍົມເອົາມາໃຊ້ໃນອາຫານ ແລະ ເຄື່ອງດື່ມ, ມີລົດຊາດຫວານ, ຖືກປາກ ແຕ່ການບໍລິໂພກນ້ຳຕານປະລິມານຫລາຍ ບໍ່ພຽງແຕ່ຈະເພີ່ມຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ເຊັ່ນ : ຕຸ້ຍ, ເບົາຫວານ, ພະຍາດຫົວໃຈ ແລະ ຫລອດເລືອດເທົ່ານັ້ນ, ແຕ່ຍັງມີຄວາມກ່ຽວຂ້ອງກັບການເກີດຮອຍຫ່ຽວຍານ ແລະ ບັນຫາເຖົ້າກ່ອນໄວນຳອີກ.
ໂດຍນ້ຳຕານທີ່ບໍລິໂພກເຂົ້າໄປຈະຖືກຍ່ອຍເປັນໜ່ວຍນ້ອຍໆ ແລະ ດູດຊຶມເຂົ້າກະແສເລືອດຢ່າງວ່ອງໄວ ນ້ຳຕານໃນເລືອດເຫລົ່ານີ້ສາມາດຈັບກັບໂປຣຕິນອີລາສຕິນ ແລະ ຄໍລາເຈັນ ເກີດເປັນສານປະກອບທີ່ມີຊື່ວ່າ Advanced glycation end products ຫລື AGEs ເຊິ່ງສົ່ງຜົນໃຫ້ໂປຣຕິນອີລາສຕິນ ແລະ ຄໍລາເຈັນເສື່ອມສະພາບ ເຮັດໃຫ້ຄວາມຫົດຢືດຂອງຜິວໜັງຫລຸດລົງ ເກີດການຫ່ຽວຍານ. ໂດຍທົ່ວໄປແລ້ວ ເມື່ອອາຍຸເພີ່ມຫລາຍຂຶ້ນ ການສະສົມຂອງ AGEs ບໍລິເວນຜິວໜັງຈະເພີ່ມຫລາຍຂຶ້ນນຳ, ແຕ່ການບໍລິໂພກອາຫານທີ່ມີປະລິມານນ້ຳຕານຫລາຍ ສາມາດກະຕຸ້ນລະບົບຂະບວນການດັ່ງກ່າວໃຫ້ເກີດໄດ້ໄວ ແລະ ຫລາຍຂຶ້ນ ເຮັດໃຫ້ເກີດຮອຍຫ່ຽວຍານ ແລະ ເຖົ້າກ່ອນອາຍຸ. ດັ່ງນັ້ນ, ຄວນບໍລິໂພກນ້ຳຕານໃນປະລິມານທີ່ພໍດີພໍງາມ ໂດຍອົງການອະນາໄມໂລກໄດ້ແນະນຳປະລິມານນ້ຳຕານທີ່ຄວນບໍລິໂພກຄື ບໍ່ຄວນເກີນ 6 ບ່ວງຊາຕໍ່ມື້.
- ວິທີຫລຸດການບໍລິໂພກນ້ຳຕານແບບງ່າຍໆ :
- ຫລຸດການບໍລິໂພກເຄື່ອງດື່ມທີ່ໃສ່ນ້ຳຕານເປັນສ່ວນປະສົມຈຳນວນຫລາຍ ເຊັ່ນ : ຊາ, ກາເຟທີ່ໃສ່ນ້ຳຕານ, ຊັອກໂກແລັດ, ໂກໂກ້, ນົມປັ່ນ, ຊານົມ, ຊານົມໄຂ່ມຸກ, ນ້ຳຕານຕ່າງໆ ລວມເຖິງນ້ຳໝາກໄມ້ ແລະ ນ້ຳອັດລົມ.
- ຫລຸດການບໍລິໂພກເຂົ້າໜົມກິນຫລິ້ນ, ເຂົ້າໜົມອົບກອບທີ່ມີນ້ຳຕານຫລາຍຕ່າງໆ.
- ບໍລິໂພກຜັກ-ໝາກໄມ້ໃຫ້ຫລາຍຂຶ້ນ, ແຕ່ລະມັດລະວັງໝາກໄມ້ທີ່ມີນ້ຳຕານຫລາຍ ບໍ່ຄວນກິນຫລາຍເກີນໄປ ເຊັ່ນ : ໝາກມ່ວງສຸກ, ໝາກຖົ່ວລຽນ, ໝາກເງາະ, ໝາກມີ້, ໝາກຂຽບ, ໝາກລຳໄສ … ເຫລົ່ານີ້ເປັນຕົ້ນ.

