ກິນປາແຊວມັອນດິບແນວໃດໃຫ້ປອດໄພຕໍ່ສຸຂະພາບ

ອາຫານດິບມັກສ່ຽງເຊື້ອພະຍາດ, ເຊື້ອແບັກທີເຣຍຕ່າງໆທີ່ມາກັບອາຫານ ເພາະບໍ່ໄດ້ຖືກທຳລາຍໂດຍການຜ່ານການປຸງແຕ່ງດ້ວຍຄວາມຮ້ອນ ອາຫານດິບຈຶ່ງມັກຕົກເປັນສາເຫດຂອງພະຍາດທີ່ກ່ຽວຂ້ອງກັບທາງເດີນອາຫານຕ່າງໆ ຕັ້ງແຕ່ພະຍາດທີ່ພົບໄດ້ຫລາຍ ເຊັ່ນ : ຖອກທ້ອງ, ອາຫານເປັນພິດ ໄປຈົນເຖິງແມ່ທ້ອງ ຫລື ແມ່ພະຍາດຕ່າງໆ ທີ່ອາດມາກັບອາຫານສົດ ທັງຈາກຊີ້ນສັດ ແລະ ຜັກ-ໝາກໄມ້ທີ່ປົນເປື້ອນ.

ປາແຊວມັອນ ທີ່ກິນດິບແບບຊາຊິມິ ອາດມີແມ່ພະຍາດບາງຊະນິດທີ່ສາມາດພົບໄດ້ ເຊັ່ນ : ແມ່ພະຍາດກຸ່ມອະນິສຊາຄິສ Anisakidae ແລະ ຈຸ​ລິນ​ຊີ​ຕ່າງໆ​ທີ່​ອາດ​ເຮັດ​ໃຫ້​ເກີດ​ພະ​ຍາດ​ອາ​ຫານ​ເປັນ​ພິດ ເຊັ່ນ : ອີ​ໂຄ​ໄລ E.coli, ເຊື້ອ​ວິບ​ຣິ​ໂອ ພາ​ຣາ​ຮີ​ໂມ​ໄລ​ຕິ​ຄັ​ສ Vibrio parahaemolyticus, ວິ​ບ​ຣິ​ໂອ ໂຄ​ເລີ​ເຣ Vibrio cholera, ຊາ​ລ​ໂມ​ເນ​ລ​ລ່າ Salmonella ssp., ລິ​ສ​ທີ​ເຣຍ ໂມ​ໂນ​ໄຊ​ໂຕ​ຈີ​ເນ​ສ Listeria monocytogenes ແລະ ສະ​ແຕັບ​ຟີ​ໂລ​ຄັອກ​ຄັ​ສ ອໍ​ຣຽ​ສ Staphylococcus aureus. ການ​ປົນ​ເປື້ອນ​ຂອງ​ຈຸ​ລິນ​ຊີກໍ່​ພະ​ຍາດ​ດັ່ງ​ກ່າວ​ອາດ​ເກີດ​ຈາກ​ການ​ປົນ​ເປື້ອນ​ຈາກ​ສິ່ງ​ແວດ​ລ້ອມ ເຊັ່ນ : ເຊື້ອ​ລິ​ສ​ທີ​ເຣຍ ໂມ​ໂນ​ໄຊ​ໂຕ​ຈີ​ເນ​ສ ຫລື ປົນ​ເປື້ອນ​ຈາກ​ນ້ຳ​ທະ​ເລ​ຕາມ​ທຳ​ມະ​ຊາດ ໄດ້​ແກ່ : ເຊື້ອ​ວິ​ບ​ຣິ​ໂອ ພາ​ຣາ​ຮີ​ໂມ​ໄລ​ຕິ​ຄັ​ສ ຫລື ເຊື້ອ​ອະ​ຫິ​ວາ​ທຽມ ແລະ ການ​ປົນ​ເປື້ອນ​ເຊື້ອ​ແບັກ​ທີ​ເຣຍ​ໃນ​ຂະ​ນະ​ຄົວ ແລະ ຊອຍ​ປາ​ດິບ ເຊັ່ນ : ເຊື້ອ​ຊາ​ລ​ໂມ​ເນ​ລ​ລ່າ ເຊິ່ງ​ສ່ວນ​ຫລາຍ​ເກີດ​ຈາກ​ການ​ປົນ​ເປື້ອນ​ຂອງ​ເຊື້ອ​ແບັກ​ທີ​ເຣຍ​ຈາກ​ອາ​ຫານ​ດິບ​ອື່ນໆ ໂດຍ​ການ​ໃຊ້​ອຸ​ປະ​ກອນ​ເຄື່ອງ​ຄົວ ເຊັ່ນ : ມີດ, ຂຽງ ແລະ ພາ​ຊະ​ນະ​ຮ່ວມ​ກັນ ໂດຍບໍ່​ໄດ້​ລ້າງ​ໃຫ້​ສະ​ອາດ, ແຕ່​ບາງ​ກໍ​ລະ​ນີ​ການ​ປົນ​ເປື້ອນ​ເຊື້ອ​ຊາ​ລ​ໂມ​ເນ​ລ​ລ່າ ແລະ ອີ​ໂຄ​ໄລ ເຊິ່ງ​ເປັນ​ເຊື້ອ​ທີ່​ພົບ​ໄດ້​ໃນ​ອາ​ຈົມ​ຂອງ​ຄົນ ແລະ ສັດ​ນັ້ນ ອາດ​ມາ​ຈາກ​ຜູ້​ປະ​ກອບ​ທຸ​ລະ​ກິດ​ມີ​ສຸ​ຂະ​ພາບ​ລັກ​ສະ​ນະ​ສ່ວນ​ບຸກ​ຄົນ​ທີ່ບໍ່​ເໝາ​ະ​ສົມ ເຊັ່ນ : ບໍ່​ລ້າງ​ມື​ໃຫ້​ສະ​ອາດ​ພາຍ​ຫລັງ​ກາ​ນ​ເຂົ້າ​ຫ້ອງ​ນ້ຳ.

  • ກິນ​ແຊວ​ມັອນ​ດິບ​ແນວ​ໃດ​ໃຫ້​ປອດ​ໄພ​ຕໍ່​ສຸ​ຂະ​ພາບ ?
  1. ເລືອກ​ກິນ​ແຊວ​ມັອນ​ຈາກ​ຜູ້​ຜະ​ລິດ ຫລື ຈາກ​ຮ້ານ​ທີ່​ໝັ້ນ​ໃຈ​ໃນ​ຄຸນ​ນະ​ພາບ ແລະ ເຊື່ອ​ຖື​ໄດ້ ຫລື ເປັນ​ແຊວ​ມັອນ​ເກ​ຣດ​ສຳ​ລັບ​ກິນ​ແບບ​ຊາ​ຊິ​ມິ​ໄດ້​ເທົ່າ​ນັ້ນ ແຊນ​ມັອນ​ຈະ​ໄດ້​ຮັບ​ການ​ກຳ​ຈັດ​ພະ​ຍາດ ແລະ ເຊື້ອ​ຈຸ​ລິນ​ຊີ​ຕ່າງໆ​ໂດຍ​ການ​ແຊ່​ແຂງ​ຢູ່​ອຸນ​ຫະ​ພູມ​ຕ່ຳ​ກ່​ວາ -35 ອົງ​ສາ​ເຊ ຢ່າງ​ໜ້ອຍ 15 ຊົ່ວ​ໂມງ ຫລື ຕ່ຳ​ກ່​ວາ – 20 ອົງ​ສາ​ເຊ ຢ່າງ​ໜ້ອຍ 7 ຊົ່ວ​ໂມງ ຫລື ຜ່ານ​ຄວາມ​ຮ້ອນ​ຫລາຍ​ກ່​ວາ 60 ອົງ​ສາ​ເຊ ຢ່າງ​ໜ້ອຍ 5 ນາ​ທີ ກ່ອນ​ການ​ປະ​ກອບ​ອາ​ຫານ​ຈະ​ເຮັດ​ໃຫ້​ແມ່​ພະ​ຍາດ​ຊະ​ນິດນີ້​ຕາຍ​ໄດ້.
  2. ສອ​ບ​ຖາມ​ແຫ່​ລງ​ທີ່​ມາ​ຂອງ​ປາ (ຖ້າ​ຜູ້​ຈຳ​ໜ່າຍ​ໃຫ້​ຂໍ້​ມູນ​ໄດ້) ສ່ວນ​ຫລາຍ​ແຊວ​ມັອນ​ເກ​ຣດ​ຊາ​ຊິ​ມິ​ມັກ​ມາ​ຈາກ​ທັງ​ນ໊ອກ​ແວ ແລະ ຍີ່​ປຸ່ນ.
  3. ຜູ້​ປຸງ​ແຕ່ງ​ອາ​ຫານ ແລະ ຜູ້​ຄົວ​ປາ ຕ້ອງ​ລ້າງ​ມື​ໃຫ້​ສະ​ອາດ​ກ່ອນ​ຈັບ​ອາ​ຫານ ແລະ ຖ້າ​ມີ​ບາດ​ແຜ​ຢູ່​ມື ໃຫ້​ຕິດ​ບາດ​ແຜ​ດ້ວຍ​ພ​ລາ​ສ​ະ​ເຕີ ແລະ ໃສ່​ຖົງ​ມື​ຂະ​ນະ​ປຸງ​ແຕ່ງ​ອາ​ຫານ ເພື່ອ​ຫລຸດ​ໂອ​ກາດ​ການ​ປົນ​ເປື້ອນ​ເຊື້ອ​ສະ​ແຕັບ​ຟີ​ໂລ​ຄັອກ​ຄັ​ສ ອໍ​ຣຽ​ສ ແລະ ເຊື້​ອ​ອື່ນໆ​ສູ່​ອາ​ຫານ.
  4. ແຊວ​ມັອນ​ຊະ​ນິດ​ຊອຍ​ເປັນ​ຕ່ອນໆແລ້ວ ຄວນ​ບັນ​ຈຸ​ໃນ​ພາ​ຊະ​ນະ​ທີ່​ປິດ​ຮຽບ​ຮ້ອຍ ເຊັ່ນ : ຖາດ​ທີ່​ມີ​ແຜ່ນ​ຟີມ​ປ​ລາ​ສະ​ຕິກ​ຫຸ້ມ​ແໜ້ນ​ໜາ​ດີ ເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ​ເຊື້ອ​ແບັກ​ທີ​ເຣຍ​ຕ່າງໆ.
  5. ຫາກ​ເປັນ​ແຊວ​ມັອນ​ແບບ​ຊື້​ກັບ​ເຮືອນ ຂະ​ນະ​ວາງ​ຈຳ​ໜ່າຍ ແລະ ຄວນ​ເກັບ​ຮັກ​ສາ​ໃນ​ອຸນ​ຫະ​ພູມ​ແຊ່​ເຢັນ​ຕະ​ຫລອດ​ອາ​ຍຸ​ການ​ຈຳ​ໜ່າຍ ເພື່ອ​ຄວບ​ຄຸມ​ການ​ເພີ່ມ​ປະ​ລິ​ມານ​ຂອງ​ເຊື້ອ​ແບັກ​ທີ​ເຣຍ ແລະ ເນື່ອງ​ຈາກ​ເປັນ​ອາ​ຫານ​ທີ່​ບູດ​ເນົ່າ​ງ່າຍ ຈຶ່ງ​ຄວນ​ຮີບ​ກິນ​ໃຫ້​ໝົດ​ພາຍ​ໃນ​ມື້​ທີ່​ຊື້.