ໄລຍະກ້າວເຂົ້າສູ່ບຸນປະເພນີ ຄະນະສະເພາະກິດທຸກຂັ້ນເອົາໃຈໃສ່ປ້ອງກັນໂຄວິດ-19 ບໍ່ໃຫ້ແພ່ລາມເປັນຈຸ້ມ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 6 ມັງກອນ 2022 ນີ້ວ່າ: ໄລຍະນີ້ກ້າວເຂົ້າສູ່ບຸນປະເພນີຂອງຫລາຍຊົນເຜົ່າ ໂດຍສະເພາະບຸນກິນຈຽງ, ບຸນປີໃໝ່ເຜົ່າກຶມມຸ, ບຸນປະເພນີກອງເຂົ້າ, ດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ, ດັ່ງນັ້ນຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອົງການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ ໂດຍສະເພາະການຈັດບຸນປະເພນີຂໍໃຫ້ເຮັດແບບກະທັດຮັດສະເພາະໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫລີກເວັ້ນການຊຸມແຊວແບບເປັນຈຸ້ມ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫລາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ປັດຈຸບັນບໍ່ມີອາການຮຸນແຮງ, ແຕ່ກົງກັນຂ້າມຖ້າຕິດເຊື້ອໃນຜູ້ອາຍຸສູງ ຫຼື ຜູ້ມີພະຍາດປະຈໍາຕົວ, ຜູ້ບໍ່ທັນສັກວັກຊີນກໍຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະເສຍຊີວິດໄດ້.
ພ້ອມນີ້ກໍແຈ້ງຂ່າວດີໃຫ້ສັງຄົມລາວຮູ້ການນຳໃຊ້ຢາປິ່ນປົວພະຍາດໂຄວິດ-19 ທີ່ ສປປ ລາວ ເຮົາສາ ມາດຜະລິດມານຳໃຊ້ຢາປິ່ນປົວຢ່າງມີປະສິດທິພາບ ແລະ ຂ່າວດີອີກຢ່າງໜຶ່ງໃນບໍ່ດົນມານີ້, ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນຳໃຊ້ຢາປີ່ນປົວພະຍາດໂຄວິດ-19 ທີ່ສາມາດລະງັບ ແລະ ປີ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນໂອມິຄຣອນໄດ້ ສະນັ້ນຖືວ່າການຄົ້ນຄວ້າໃນຄັ້ງນີ້ອາດຈະເປັນຂ່າວດີທີ່ພວກເຮົາຈະສາມາດ ລະງັບ ແລະ ຄວບຄຸມສະພາບການລະບາດໄດ້ ແຕ່ທັງນີ້ກໍຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ຫລາຍຂຶ້ນຕາມເປົ້າໝາຍ.
