ປກສ ກຸ່ມສີຖານເໜືອ ຈັບເປົ້າໝາຍໄດ້ຄາເຮືອນພັກ ພ້ອມຢາບ້າ 1.925 ເມັດ

ແຫລ່ງຂ່າວຈາກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານວ່າ:ວັນທີ 4 ມັງກອນນີ້, ປກສ ກຸ່ມສີຖານເໜືອ ໄດ້ສົມທົບການຈັດຕັ້ງບ້ານໜອງສະໂນຄຳ ເມືອງສີໂຄດຕະບອງເຂົ້າຈັບເປົ້າໝາຍ 3 ຄົນ ຄາເຮືອນພັກແຫ່ງໜຶ່ງຢູ່ເຂດບ້ານດັ່ງກ່າວພ້ອມທັງກວດພົບຢາບ້າ 1.925 ເມັດ.
ເຈົ້າໜ້າທີ່ ປກສ ກຸ່ມສີຖານເໜືອ ເປີດເຜີຍວ່າ: ຜູ້ຖືກຫາທັງ 3 ຄົນ ໄດ້ແກ່ທ້າວ ສຸລິຍາ ອາຍຸ 32 ປີຢູ່ບ້ານໜອງບົວທອງໃຕ້, ທ້າວ ເພັດ ອາຍຸ 19 ປີ ແລະ ທ້າວ ວໍລະເດດ ຫຼື ອ້າຍ ອາຍຸ 31 ປີ ທັງສອງ ຢູ່ບ້ານໜອງສະໂນຄໍາ ເຊິ່ງໃນຂະນະເຂົ້າຈັບກຸມ ໄດ້ກວດຄົ້ນພົບຢາບ້າ 10 ຖົງ ມີ 1.925 ເມັດໃນຖົງ ພາຍສີດໍາຢູ່ໃນຫ້ອງດັ່ງກ່າວ. ຈາກນັ້ນ ກໍໄດ້ນຳສົ່ງພວກກ່ຽວພ້ອມຂອງກາງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ສືບຕໍ່ດຳເນີນຄະດີຕາມກົດໝາຍ.

