ຜົນວິໄຈເບື້ອງຕົ້ນອະທິບາຍ ເປັນຫຍັງ ໂອມິຄຣອນ ຈຶ່ງຮຸນແຮງ ໜ້ອຍກວ່າໂຄວິດສາຍພັນອື່ນ ?

ບັນດານັກວິທະຍາສາດຍັງເດີນໜ້າໄຂຂໍ້ສົງໄສກ່ຽວກັບໂອມິຄຣອນວ່າ: ເຫດໃດມັນຈຶ່ງຮຸນແຮງໜ້ອຍກວ່າ ແຕ່ແພ່ເຊື້ອງ່າຍກວ່າ ເມື່ອທຽບໃສ່ເຊື້ອໂຄວິດສາຍພັນອື່ນໆ.
ຜົນການສຶກສາໃໝ່ໃນສັດທົດລອງ ແລະ ເນື້ອເຍື່ອຂອງມະນຸດ ໂດຍທີມວິໄຈຈາກບ່ອນຕ່າງໆ ໃຫ້ຂໍ້ສະຫລຸບທີ່ກົງກັນຂໍ້ໜຶ່ງຄື: ໂອມິຄຣອນເຮັດໃຫ້ປອດເສຍຫາຍໜ້ອຍກວ່າເມື່ອທຽບໃສ່ໄວຣັສໂຄວິດສາຍພັນກ່ອນໆ ແລະ ນັ້ນເປັນສາເຫດທີ່ວ່າ: ເຫດໃດສາຍພັນໂອມິຄຣອນຈຶ່ງເຮັດໃຫ້ພະຍາດມີຄວາມຮຸນແຮງໜ້ອຍກວ່າສາຍພັນອື່ນໆ.
ການສຶກສາໃນໜູ ແລະ ແຮມສະເຕີພົບວ່າ: ໂອມິຄຣອນມັກກໍ່ໃຫ້ເກີດການຕິດເຊື້ອໃນລະບົບທາງເດີນຫາຍໃຈສ່ວນເທິງ ໄດ້ແກ່ ດັງ, ລຳຄໍ ແລະ ຫລອດລົມ. ດ້ວຍເຫດນີ້ ໄວຣັສໂຄວິດສາຍພັນໃໝ່ຈຶ່ງເຮັດອັນຕະລາຍຕໍ່ປອດໜ້ອຍກວ່າຫລາຍ, ຂະນະທີ່ສາຍພັນກ່ອນໆມັກເຮັດໃຫ້ປອດເສຍຫາຍ ແລະ ເຮັດໃຫ້ຫາຍໃຈລຳບາກຢ່າງຮຸນແຮງ.
ເມື່ອຄັ້ງທີ່ມີການລາຍງານກ່ຽວກັບການພົບສາຍພັນໂອມິຄຣອນຄັ້ງທຳອິດໃນອາຟຣິກາໃຕ້ໃນເດືອນພະຈິກນັ້ນ, ບັນດານັກວິທະຍາສາດຄາດເດົາໄດ້ພຽງວ່າ: ໄວຣັສສາຍພັນໃໝ່ນີ້ອາດມີພຶດຕິກຳແຕກຕ່າງໄປຈາກໄວຣັສສາຍພັນກ່ອນໆ ສິ່ງທີ່ພໍຈະຮູ້ໃນຕອນນັ້ນຄື ໂອມິຄຣອນມີການກາຍພັນທາງພັນທຸກຳຫລາຍກວ່າ 50 ຕຳແໜ່ງ.
ການວິໄຈກ່ອນໜ້ານັ້ນສະແດງໃຫ້ເຫັນວ່າ: ການກາຍພັນບາງສ່ວນເຮັດໃຫ້ໄວຣັສສາມາດຈັບເຊລໄດ້ແໜ້ນຂຶ້ນ, ຂະນະທີ່ບາງສ່ວນອາດເຮັດໃຫ້ໄວຣັສຫລົບຫລີກແອນຕິບໍດີ ເຊິ່ງເຮັດໜ້າທີ່ເປັນດ່ານທຳອິດໃນການປ້ອງກັນການຕິດເຊື້ອ, ແຕ່ ດຣ. ຣວິນທຣາ ກຸປຕາ ນັກໄວຣັສວິທະຍາ ຈາກມະຫາວິທະຍາໄລເຄມບຣິດ ກ່າວວ່າ: “ທ່ານບໍ່ສາມາດຄາດເດົາພຶດຕິກຳຂອງໄວຣັສໄດ້ຈາກການກາຍພັນເທົ່ານັ້ນ”.
ໃນເດືອນທັນວາຜ່ານມາ, ນັກວິໄຈຫລາຍກວ່າສິບຄະນະ ລວມທັງຄະນະຂອງ ດຣ. ກຸປຕາ ໄດ້ເຝົ້າສັງເກດສາຍພັນໂອມິຄຣອນໃນຫ້ອງເລັບ ໂດຍເລີ່ມຈາກການເຮັດໃຫ້ເຊລຕິດເຊື້ອໄວຣັສໃນຈານເພາະເຊື້ອ ຈາກນັ້ນຈຶ່ງສັກໄວຣັສເຂົ້າໄປໃນດັງຂອງສັດ.
ໃນຂະນະທີ່ນັກວິທະຍາສາດກຳລັງເລັ່ງສຶກສາກັນຢູ່ນັ້ນ ໂອມິຄຣອນໄດ້ແພ່ກະຈາຍໄປທົ່ວໂລກຢ່າງວ່ອງໄວ ແລະ ແພ່ເຊື້ອກະທັງໃນຜູ້ທີ່ໄດ້ຮັບການສັກວັກຊີນແລ້ວ ຫລື ເຄີຍຕິດເຊື້ອຈາກໂຄວິດມາແລ້ວ.
ແຕ່ຂະນະດຽວກັນ ມີການຕັ້ງຂໍ້ສັງເກດວ່າ: ໃນຂະນະທີ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ຈຳນວນຜູ້ຕິດເຊື້ອທີ່ເຂົ້າປິ່ນປົວຢູ່ໂຮງໝໍພັດເພີ່ມຂຶ້ນບໍ່ຫລາຍ ເຊິ່ງສອດຄ່ອງກັບຜົນການສຶກສາເບື້ອງຕົ້ນໃນຜູ້ຕິດເຊື້ອທີ່ບົ່ງຊີ້ວ່າ: ໂອມິຄຣອນອາດເຮັດໃຫ້ອາການຮຸນແຮງໜ້ອຍກວ່າເມື່ອທຽບໃສ່ສາຍພັນອື່ນໆ ໂດຍສະເພາະໃນຜູ້ທີ່ໄດ້ຮັບວັກຊີນແລ້ວ. ເຖິງຢ່າງໃດກໍຕາມ, ນັກວິໄຈເຕືອນວ່າ: ການຄົ້ນພົບດັ່ງກ່າວມີຂໍ້ຄວນລະວັງຫລາຍປະການ.
ປະການໜຶ່ງຄື: ການຕິດເຊື້ອໂອມິຄຣອນໃນໄລຍະທຳອິດສ່ວນຫລາຍຢູ່ໃນວົງຂອງຄົນໜຸ່ມສາວ ເຊິ່ງມີໂອກາດໜ້ອຍກວ່າທີ່ຈະມີອາການໜັກຈາກໄວຣັສ ບໍ່ວ່າຈະສາຍພັນໃດ. ນອກຈາກນີ້ ຜູ້ທີ່ຕິດເຊື້ອໂອມິຄຣອນກຸ່ມຕົ້ນໆນັ້ນ ສ່ວນຫລາຍເປັນຜູ້ທີ່ມີພູມຕ້ານທານຈາກການທີ່ເຄີຍຕິດເຊື້ອໂຄວິດມາກ່ອນ ຫລື ຈາກການໄດ້ຮັບວັກຊີນມາແລ້ວ. ຂະນະທີ່ຍັງບໍ່ແນ່ນອນວ່າ ໂອມິຄຣອນຈະອອກລິດຮຸນແຮງໜ້ອຍກວ່ານຳ ຫລື ບໍ່ໃນຜູ້ສູງອາຍຸທີ່ບໍ່ໄດ້ຮັບການສັກວັກຊີນ.
ການທົດລອງກັບສັດສາມາດຊ່ວຍກຳຈັດຄວາມຄຸມເຄືອເຫລົ່ານີ້ໄດ້ ເນື່ອງຈາກນັກວິທະຍາສາດສາມາດທົດລອງໂອມິຄຣອນກັບສັດຊະນິດດຽວກັນທີ່ອາໄສຢູ່ໃນສະພາບແວດລ້ອມດຽວກັນໄດ້ ເຊິ່ງການທົດລອງຫລາຍກວ່າຫ້າການທົດລອງທີ່ມີການເປີດເຜີຍຕໍ່ສາທາລະນະໃນອາທິດຜ່ານມາ ທັງໝົດຊີ້ໃຫ້ເຫັນເຖິງຂໍ້ສະຫລຸບດຽວກັນຄື ໂອມິຄຣອນຮຸນແຮງໜ້ອຍກວ່າເດວຕາ ແລະ ສາຍພັນອື່ນໆ.
ກຸ່ມນັກວິທະຍາສາດຊາວຍີ່ປຸ່ນ ແລະ ຊາວອາເມລິກາໄດ້ເຜີຍແພ່ລາຍງານວິໄຈກ່ຽວກັບແຮມສະເຕີ ແລະ ໜູທີ່ຕິດເຊື້ອໂອມິຄຣອນ ທຽບໃສ່ໄວຣັສໂຄວິດສາຍພັນອື່ນໆ ໂດຍຜົນການສຶກສາພົບວ່າ: ສັດທີ່ຕິດເຊື້ອໂອມິຄຣອນນັ້ນ ປອດຖືກທຳລາຍໜ້ອຍກວ່າ ນ້ຳໜັກຫລຸດລົງໜ້ອຍກວ່າ ແລະ ມີໂອກາດເສຍຊີວິດໜ້ອຍກວ່າ.
ສິ່ງທີ່ເຮັດໃຫ້ນັກວິທະຍາສາດຮູ້ສຶກແປກໃຈເປັນພິເສດຄື ຜົນການທົດລອງໃນໜູແຮມສະເຕີຊີເຣຍ ໂດຍການສຶກສາພົບວ່າ: ໃນຂະນະທີ່ແຮມສະເຕີມີອາການບໍ່ຮຸນແຮງຈາກການຕິດເຊື້ອໂອມິຄຣອນ, ແຕ່ພັດອາການຮຸນແຮງຈາກການຕິດເຊື້ອໄວຣັສໂຄວິດສາຍພັນກ່ອນໂອມິຄຣອນທຸກສາຍພັນ.
ຂະນະດຽວກັນ, ອີກສາເຫດໜຶ່ງທີ່ເຮັດໃຫ້ໂອມິຄຣອນຮຸນແຮງໜ້ອຍກວ່າອາດເປັນເລື່ອງຂອງກາວະວິພາກ. ດຣ. ໄດມອນ ແລະ ທີມສິໄຂຂອງທ່ານພົບວ່າ: ລະດັບຂອງເຊື້ອໂອມິຄຣອນໃນດັງຂອງແຮມສະເຕີເປັນລະດັບດຽວກັບທີ່ພົບໃນສັດທີ່ຕິດເຊື້ອໄວຣັສສາຍພັນອື່ນໆ ແຕ່ລະດັບຂອງເຊື້ອໂອມິຄຣອນທີ່ພົບໃນປອດນັ້ນໜ້ອຍກວ່າສາຍພັນອື່ນໆເຖິງໜຶ່ງໃນສິບ ຫລື ຕໍ່າກວ່ານັ້ນ.
ນັກວິໄຈທີ່ມະຫາວິທະຍາໄລຮົງກົງໄດ້ຜົນການສຶກສາທີ່ຄ້າຍຄືກັນຈາກການສຶກສາຊິ້ນສ່ວນຂອງເນື້ອເຍື່ອທີ່ນຳມາຈາກທາງເດີນຫາຍໃຈຂອງມະນຸດໃນລະຫວ່າງການຜ່າຕັດ ໂດຍໃນຕົວຢ່າງປອດ 12 ຕົວຢ່າງ ນັກວິໄຈພົບວ່າ ໂອມິຄຣອນເຕີບໃຫຍ່ຊ້າກວ່າເດວຕາ ແລະ ສາຍພັນອື່ນໆ.
ອ້າງອີງ:

