ແຂວງເຊກອງ ຕ້ອງການທຶນເກືອບ 700 ຕື້ກີບເພື່ອພັດທະນາພື້ນຖານໂຄງລ່າງ

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງເຊກອງຊຸດທີ II ເມື່ອທ້າຍປີຜ່ານມາວ່າ: ປີ 2022 ຈະສູ້ຊົນເຮັດໃຫ້ເສດຖະກິດຂະ ຫຍາຍຕົວເພີ່ມຂຶ້ນ 4%, GDP ສະເລ່ຍໃສ່ຫົວຄົນໃຫ້ໄດ້ 17,15 ລ້ານກີບ ຫຼື 1.760 ໂດລາຕໍ່ຄົນຕໍ່ປີ, ໃນນັ້ນຂະແໜງກະສິກໍາ ແລະ ປ່າໄມ້ເພີ່ມຂຶ້ນ 5,47% ກວມເອົາ 66,78%; ຂະແໜງອຸດສະຫະກໍາເພີ່ມຂຶ້ນ 5,14% ກວມເອົາ 16,15% ແລະ ຂະແໜງບໍລິການເພີ່ມຂຶ້ນ 1,47% ກວມເອົາ 17,07% ຂອງ GDP. ເພື່ອບັນລຸແຜນສູ້ຊົນຈຶ່ງຕ້ອງການທຶນພັດທະນາ 686 ຕື້ກີບໃນນີ້ເປັນການລົງທຶນຈາກງົບປະມານລັດໂດຍກົງ 34,30 ຕື້ກີບກວມ 5%; ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 102,90 ຕື້ກີບກວມ 15%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 548,80 ຕື້ກີບກວມ 80% ຂອງ GDP.
ທ່ານ ຂັນຕີ ກ່າວອີກວ່າ: ປີ 2021, ສະພາແຫ່ງຊາດໄດ້ອະນຸມັດໂຄງການລົງທຶນຂອງລັດ 250 ກວ່າໂຄງການມູນຄ່າ 4.058 ຕື້ກວ່າກີບໃນນີ້ການລົງທຶນຂອງລັດ 220 ໂຄງການ 3.898,8 ຕື້ກີບ(ອະນຸ ມັດ ງົບປະມານປີນີ້ມູນຄ່າ 24,49 ຕື້ກີບ); ການລົງທຶນຂອງເອກະຊົນ 8 ໂຄງການ 147,74 ຕື້ກີບ ແລະທຶນ ຊ່ວຍເຫຼືອລ້າ-ກູ້ຢືມ 21 ໂຄງການ 11,92 ຕື້ກີບ.

