ອາຊີບເສີມ ຊ່ວຍຫລຸດພົ້ນຈາກຄວາມທຸກຍາກ

ການປະກອບອາຊີບເສີມ ເລີ່ມຈາກຈຸດນ້ອຍໆ ບືນໄປເທື່ອລະໜ້ອຍ ກໍສາມາດສ້າງລາຍຮັບເຂົ້າຄອບຄົວ ແລະ ຫລຸດພົ້ນຈາກຄວາມທຸກຍາກໄດ້ ເໝືອນດັ່ງນາງ ດາວັນ ແກ້ວມະນີ ທີ່ປັດຈຸບັນອາຍຸ 36 ປີ ແລະ ເປັນພະນັກງານຫ້ອງການແຜນການ ແລະ ການລົງທຶນເມືອງທ່ແຕງແຂວງເຊກອງ.

อาจเป็นรูปภาพของ 1 คน

ນາງ ດາວັນ ເລົ່າວ່າ: ຜ່ານການປະກອບອາຊີບເສີມ ໂດຍອາໄສເວລານອກໂມງການ ມາປູກສາລີແດ່ ຄ້າຂາຍນໍາ ແລະ ລ້ຽງສັດ ເຖິງວ່າມີລາຍຮັບປີໜຶ່ງ 4-5 ລ້ານກີບ, ແຕ່ກໍຍັງບໍ່ຂ້າມຜ່ານຄວາມຫຍຸ້ງຍາກໄດ້ເທື່ອ. ຈາກນີ້ຈຶ່ງໄດ້ສຸມທັງສະຕິປັນຍາ, ເຫື່ອແຮງທັງຊອກຮູ້ຮໍ່າຮຽນໃໝ່ໆມາປັບປຸງແກ້ໄຂຈາກການຜະ ລິດແບບທໍາມະຊາດ ມາສູ່ການຜະລິດເປັນສິນຄ້າ. ຈາກການຕັດສິນໃຈລ້ຽງສັດເພີ່ມເປັນຕົ້ນ: ງົວ, ຄວາຍ, ໝູ, ເປັດໄກ່ ທັງຫັນການປູກສາລີມາປູກມັນຕົ້ນ ແລະ ຖົ່ວດິນ ໃນເນື້ອທີ່ 4 ເຮັກຕາຕາມເຕັກນິກກະສິກໍາ ເຮັດໃຫ້ສັດລ້ຽງອອກແມ່ແພ່ລູກເປັນຈໍານວນຫລາຍເຊິ່ງປັດຈຸບັນມີ ງົວ 20 ໂຕ, ຄວາຍ 10 ໂຕ. ຂະນະ ທີ່ມັນຕົ້ນກໍໄດ້ຮັບໝາກຮັບຜົນເປັນທີ່ໜ້າພໍໃຈ ໂດຍປີໜຶ່ງໄດ້ 20 ໂຕນຕໍ່ເຮັກຕາ “ຂ້ອຍສ້າງລາຍຮັບໄດ້48 ລ້ານກີບຈາກການຂາຍມັນຕົ້ນ ແລະ ຖົ່ວດິນທັງມີລາຍຮັບຈາກການຂາຍໜັງເຄັມອີກ 30 ລ້ານກີບໂດຍລວມແລ້ວປີໜຶ່ງໄດ້ 78 ລ້ານກີບ” ນາງ ດາວັນເວົ້າດວຍຄວາມອີ່ມອົກອີ່ມໃຈ.
ມາຮອດປັດຈຸບັນ, ຄອບຄົວນາງ ດາວັນ ແກ້ວມະນີ ສາມາດຫລຸດພົ້ນຈາກຄວາມທຸກຍາກໄດ້ແລ້ວໂດຍສາມາດປຸກເຮືອນຖາວອນໄດ້ 1 ຫລັງ, ຊື້ລົດໃຫຍ່ 1 ຄັນ ແລະ ລົດຈັກ 2 ຄັນ.