ສະປອດຣີພັບບລິກ ຊື້ກິດຈະສະໂມສອນ ເຊົາແຮມຕັນ ຮຽບຮ້ອຍແລ້ວ

ສະປອດ ຣີພັບບລິກ ກຸ່ມທຶນ ເຊິ່ງນຳໂດຍ ດຣາແກນ ໂຊລັກ ເຈົ້າພໍ່ສື່ຊາວເຊີເບຍ ເຂົ້າຊື້ກິດຈະການຂອງ ເຊົາແຮມຕັນ ທີມດັງແຫ່ງການແຂ່ງຂັນພຣີເມຍລີກອັງກິດ ຢ່າງເປັນທາງການ ຫລັງລົງທຶນ 100 ລ້ານປອນ ຊື້ຫຸ້ນສະໂມສອນຈຳນວນຮ້ອຍລະ 80 ຈາກ ເກົາ ຈີ້ເສິງ ມະຫາເສດຖີຊາວ ສປ ຈີນ ຮຽບຮ້ອຍ.

ດິ ແອດເລຕິກ ສື່ກິລາຊື່ດັງ ລາຍງານວ່າ ເກົາ ຈີ້ເສິງ ພະຍາຍາມຂາຍຫຸ້ນຂອງຕົນເອງມາດົນເກືອບ 2 ປີ ແລ້ວກ່ອນຈະສົມຫວັງໃນທີ່ສຸດ ຫລັງມີ ສະປອດ ຮີພັບບລິກ ເຊິ່ງໄດ້ຮັບການສະຫນັບສະຫນູນເງິນທຶນຈາກ ໂຊລັກ ນັ້ນ ມາຮັບຊື້ໄປດັ່ງກ່າວ ຂະນະທີ່ຫຸ້ນສ່ວນທີ່ເຫລືອອີກຮ້ອຍລະ 20 ຍັງຄົງເປັນຂອງ ແຄທາຣີນາ ລີບເຮີ ສ່ວນ ມາຕິນ ເຊມເມນ ຈະຍັງຄົງເຮັດວຽກໃນຕຳແຫນ່ງປະທານຝ່າຍບໍລິຫານຂອງ ເຊົາແຮມຕັນ ຕໍ່ໄປຄືເກ່ົາ.

ທັງນີ້ ໂຊລັກ ຄືຜູ້ກໍ່ຕັ້ງ ຢູໄນເຕັດ ກຣຸບ ຍັກໃຫຍ່ແຫ່ງວົງການສື່ຂອງເຊີເບຍ ເຊິ່ງມີລາຍໄດ້ກວ່າ 1,67 ພັນລານປອນຕໍ່ປີ ຂະນະທີ່ ເດິ ຊັນ ສື່ຊັ້ນນຳຂອງອັງກິດ ລາຍງານວ່າ ມະຫາເສດຖີຫນຸ່ມໃຫຍ່ອາຍຸ 58 ປີ ມີຊັບສິນສ່ວນຕົວມູນຄ່າລວມ ສູງເຖິງ 1 ພັນລ້ານປອນ.