ອີຣານປະກາດຈະລ້າງແຄ້ນອາເມລິກາ ຖ້າອະດີດປະທານາທິບໍດີ ທຣຳ ບໍ່ຖືກດຳເນີນຄະດີ ຂໍ້ຫາສັ່ງຂ້າອະດີດຜູ້ບັນຊາການກອງກຳລັງພິທັກປະຕິວັດ

ປະທານາທິບໍດີ ອິບຣາຮິມ ໄຣຊີ ແຫ່ງອີຣານ ຖະແຫລງຜ່ານທາງໂທລະພາບເມື່ອວັນທີ 3 ມັງກອນ ເຊິ່ງເປັນວັນລະນຶກຄົບຮອບ 2 ປີ ທີ່ກອງທັບອາເມລິກາກໍ່ເຫດສົ່ງໂດຣນລອບສັງຫານພົນຕີ ກໍເຊັມ ສຸໄລມານີ (Qasem Soleimani) ອະດີດຜູ້ບັນຊາການໜ່ວຍຮົບພິເສດຄຸດ ແຫ່ງກອງກຳລັງພິທັກປະຕິວັດຂອງອີຣານ ໂດຍເປັນການລອບສັງຫານພາຍໃຕ້ຄຳສັ່ງຂອງທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາໃນເວລານັ້ນ.
ໂດຍທ່ານ ໄຣຊີ ຮຽກຮ້ອງໃຫ້ທາງການອາເມລິກາ ດຳເນີນການສືບສວນຄະດີຕໍ່ທ່ານ ທຣຳ ແລະ ທ່ານ ໄມ ປອມເປໂອ ອະດີດລັດຖະມົນຕີຕ່າງປະເທດອາເມລິກາ ຈາກການກະທຳຜິດທາງອາຍາໃນການສັ່ງໃຫ້ລອບສັງຫານພົນຕີ ສຸໄລມານີ ເຊິ່ງຖືເປັນໜຶ່ງໃນຜູ້ນຳທາງທະຫານທີ່ຊົງອຳນາດສູງສຸດຂອງອີຣານໃນເວລານັ້ນ, ພ້ອມທັງເຕືອນວ່າ: ອີຣານຈະດຳເນີນການແກ້ແຄ້ນ ຖ້າທັງສອງບໍ່ຖືກດຳເນີນຄະດີ ແລະ ຕັດສິນໂທດໃນສານທີ່ຈັດຕັ້ງດ້ວຍຄວາມຍຸຕິທຳ.
ທັງນີ້, ອະດີດປະທານາທິບໍດີ ທຣຳ ໄດ້ສັ່ງໃຫ້ກອງທັບອາເມລິກາ ສົ່ງໂດຣນສັງຫານ ໂຈມຕີຂະບວນລົດຂອງພົນຕີ ສຸໄລມານີ ລະຫວ່າງປະຕິບັດພາລະກິດທາງການທູດຢູ່ໃນອີຣັກ ເມື່ອວັນທີ 3 ມັງກອນ 2020.
ເຊິ່ງຫລັງເກີດເຫດ, ລັດຖະບານອາເມລິກາໄດ້ຊີ້ແຈງຕໍ່ອົງການສະຫະປະຊາຊາດວ່າ: ການສັງຫານພົນຕີ ສຸໄລມານີ ເປັນການປ້ອງກັນຕົນເອງ. ຂະນະທີ່ທ່ານ ວິລລຽມ ບາຣ ໄອຍະການສູງສຸດ ແລະ ລັດຖະມົນຕີຍຸຕິທຳອາເມລິກາໃນເວລານັ້ນ ຢືນຢັນວ່າ: ທ່ານ ທຣຳ ມີອຳນາດຢ່າງຊັດເຈນໃນການສັ່ງໃຫ້ສັງຫານພົນຕີ ສຸໄລມານີ ເຊິ່ງຖືເປັນເປົ້າໝາຍທາງການທະຫານທີ່ຖືກຕ້ອງຕາມກົດໝາຍ.
ເຖິງຢ່າງໃດກໍຕາມ, ຜ່ານມາອີຣານປະກາດຈະດຳເນີນການແກ້ແຄ້ນຢ່າງຮຸນແຮງຕໍ່ອາເມລິກາ ແລະ ຫລັງເກີດບໍ່ເທົ່າໃດມື້ ໄດ້ມີການຍິງລູກສອນໄຟຫລຍສິບລູກໂຈມຕີຖານທັບອາເມລິກາໃນອີຣັກສອງແຫ່ງ ແຕ່ບໍ່ມີຜູ້ເສຍຊີວິດ.
ຂະນະທີ່ເຈົ້າໜ້າທີ່ຕຸລາການຂອງອີຣານໃຫ້ຄຳໝັ້ນວ່າ: ຈະຕິດຕາມການດຳເນີນຄະດີຕໍ່ຜູ້ທີ່ກ່ຽວຂ້ອງໃນການລອບສັງຫານພົນຕີ ສຸໄລມານີ ໂດຍມີການດຳເນີນການທັງຈາກໃນປະເທດ ແລະ ຕ່າງປະເທດ ແລະ ເຄີຍຮຽກຮ້ອງຂໍໝາຍແດງຈາກຕຳຫລວດສາກົນເພື່ອຈັບທ່ານ ທຣຳ ແລະ ອະດີດເຈົ້າໜ້າທີ່ອາເມລິກາຫລາຍສິບຄົນ.
ເຊິ່ງຫລ້າສຸດ, ທ່ານ ໂມຮຳໝັດ ຈາຟາ ມອນຕາເຊຣີ ໄອຍະການສູງສຸດຂອງອີຣານ ຍັງໄດ້ໃຫ້ສຳພາດຕໍ່ສະຖານີໂທລະພາບທ້ອງຖິ່ນວ່າ: ທາງການອີຣານໄດ້ມີການຕິດຕໍ່ໄປຫາທາງການຂອງ 9 ປະເທດ ຫລັງຈາກສາມາດລະບຸຕົວຜູ້ຕ້ອງສົງໄສ 127 ຄົນ ທີ່ກ່ຽວຂ້ອງກັບຄະດີລອບສັງຫານພົນຕີ ສຸໄລມານີ ເຊິ່ງໃນຈຳນວນນີ້ ລວມທັງທ່ານ ທຣຳ ແລະ ເຈົ້າໜ້າທີ່ອາເມລິກາທັງໝົດ 74 ຄົນ.
ອ້າງອີງ:

