ສື່ຢືນຢັນ ຮາແລນ ຕ້ອງການຫລິ້ນຢູ່ສະເປນ

ບັນດາສະໂມສອນໃຫຍ່ໃນອັງກິດເລີ່ມຈະຫມົດຫວັງ ເພາະຫລ້າສຸດສື່ສະເປນລາຍງານຂ່າວວ່າ ເອີຣິງ ຮາແລນ ຍອດດາວຍິງ ໂບຣຸສເຊຍ ດອດມຸນ ເລືອກໄດ້ແລ້ວ ຈະຍ້າຍໄປທີມຫລັງຈົບລະດູການນີ້.
ເອີລິງ ຮາແລນ ກອງຫນ້າເຄື່ອງຈັກສັງຫານປະຕູຂອງ ໂບຣຸສເຊຍ ດອດມຸນ ສະໂມສອນດັງແຫ່ງເວທີ ບຸນເດສລີກາ ເຢຍລະມັນ ຕັດສິນໃຈແລ້ວວ່າ ລາ ລີກາ ສະເປນ ຈະເປັນຈຸດຫມາຍປາຍທາງຕໍ່ໄປສຳລັບຕົນ ຕາມລາຍງານຈາກ ອາສ ສື່ກິລາຊັ້ນນຳຂອງສະເປນ ເມື່ອວັນເສົາທີ 1 ມັງກອນທີ່ຜ່ານມາ.
ມີການຕັ້ງຄຳຖາມຈຳນວນຫລາຍກ່ຽວກັບເລື່ອງອະນາຄົດຂອງ ຮາແລນ ໂດຍເຊື່ອກັນວ່າ ລາວຈະຢູ່ຫລິ້ນໃຫ້ ດອດມຸນ ລະດູການນີ້ເປັນລະດູການສຸດທ້າຍ ເນື່ອງຈາກລະດູນີ້ ລາວສາດຍ້າຍທີມໄດ້ໃນລາຄາພຽງ 75 ລ້ານເອີໂຣ ຕາມເງື່ອນໄຂທີ່ລະບຸເອົາໄວ້ໃນສັນຍາ.
ຫລ້າສຸດ ອາສ ລະບຸວ່າ ລະຫວ່າງທີ່ ຮາແລນ ພັກຮ້ອນຢູ່ທີ່ເມືອງມາເບຢາ ທາງຕອນໃຕ້ຂອງສະເປນນັ້ນ ໄດ້ມີແຟນບານເຂົ້າມາສອບຖາມເລື່ອງອະນາຄົດ ເຊິ່ງລາວກໍຕອບວ່າ ຈະມາຫລິ້ນຢູ່ນີ້ ທີ່ສະເປນ.
ຕະຫລອດໄລຍະທີ່ຜ່ານມາ ເຣອັນ ມາດຣິດ, ບາເຊໂລນາ, ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊິຕີ ແລະ ປາຣີສ ແຊັງແຊັກແມັງ ຕ່າງມີຂ່າວພວມໃຫ້ຄວາມສົນໃຈທີ່ຈະເຊັນສັນຍາກັບ ຮາແລນ ດັ່ງນັ້ນ ຖ້າເລື່ອງດັ່ງກ່າວເປັນຄວາມຈິງ ນັ້ນກໍຫມາຍຄວາມວ່າ ເຣອັນ ມາດຣິດ ກັບ ບາເຊໂລນາ ກາຍເປັນສອງສະໂມສອນທີ່ມີໂອກາດໄດ້ຍອດດາວຍິງທີມຊາດນອກເວ 21 ປີ ໄປຄອບຄອງຫລາຍທີ່ສຸດ.
ສຳລັບລະດູການນີ້ ເຖິງວ່າ ຮາແລນ ມີບັນຫາບາດເຈັບລົບກວນ ແຕ່ລາວກໍຍັງສ້າງຜົນງານໄດ້ຢ່າງສຸດຍອດ ໂດຍຍິງໄປແລ້ວ 19 ປະຕູ ຈາກການລົງຫລິ້ນໃຫ້ ລວມທຸກລາຍການ 15 ນັດ.
