ສະໝອງປີໃໝ່ສາກົນ 2022 ດ້ວຍຄວາມມີສະຕິຫລີກລ່ຽງການຕິດເຊື້ອໂຄວິດ-19

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າຄະນະສະເພາະກິດ ລາຍງານວັນທີ 31 ທັນວາ 2021 ນີ້ວ່າ: ມື້ນີ້ແມ່ນມື້ສຸດທ້າຍຂອງປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ກໍຂໍຮຽກຮ້ອງໃຫ້ໃຫ້ທຸກຄົນມີສະຕິນຳກັນ, ສະເຫລີມສະຫລອງປີໃໝ່ກັບຄົນໃນເຮືອນຂອງຕົນເອງເທົ່ານັ້ນ ທັງນີ້ເພື່ອໃຫ້ຕົນເອງ ແລະ ສະມາຊິກໃນຄອບຄົວມີຄວາມປອດໄພ ຫຼີກລ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແລະ ພ້ອມກັນນີ້ ກໍໃຫ້ມີສະຕິໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕະຫລອດເວລາ ໂດຍຍຶດໝັ້ນການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ້ນລ້າງມືດ້ວຍເຈວທີ່ມີທາດເຫລົ້າຂ້າເຊື້ອ ແລະ ບໍ່ຊຸມແຊວທຸກຮູບແບບກັບຄົນອື່ນ.

ຄະນະສະເພາະກິດ  ຮຽກຮ້ອງໃຫ້ເຂັ້ມງວດເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອໂຄວິດ-19 ...

ເນື່ອງໃນໂອກາດປີໃໝ່ທີ່ຈະມາເຖິງໃນມື້ຄ່ຳນີ້ ຂໍອວຍພອນໄຊ ໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ຊີ້ນຳ-ນຳພາ ປະເທດຂອງພວກເຮົາ ໃຫ້ສາມາດຜ່ານວິກິດການລະບາດໄດ້ໂດຍໄວ ແລະ ສຸດທ້າຍນີ້ ຂໍອວຍພອນໄຊ ໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ປາດສະຈາກການເຈັບເປັນຈາກພະຍາດໂຄວິດ-19