ປີໃໝ່ ຄສ ໃໝ່ ຮ່ວມຕື່ມສະຕິປັນຍາ ແລະ ກໍາລັງກ້າວໄປໜ້າ

ບໍ່ເທົ່າໃດມື້ ຄສ ເກົ່າ 2021 ໄດ້ອຳລາຈາກໄປ, ຄສ ໃໝ່ 2022 ເຂົ້າມາ ເຊິ່ງຖືວ່າຢູ່ໃນສະພາບຂອງການລະບາດພະຍາດໂຄວິດ-19, ແນ່ນອນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຕ້ອງປະຕິບັດມາດຕະການປ້ອງກັນພະຍາດນີ້ຢ່າງເຂັ້ມງວດ ເພື່ອຫລີກເວັ້ນການຕິດແປດພະຍາດ ເນື່ອງຈາກແຕ່ລະບ່ອນ, ແຕ່ລະຄອບຄົວອາດຈະຮ່ວມກິດຈະກໍານໍາກັນ, ຖ້າປະໝາດຂາດສະຕິບໍ່ວ່າແຕ່ພະຍາດ ບັນຫາຫຍໍ້ທໍ້ອື່ນໆກໍຈະເກີດຂຶ້ນ, ຂໍໃຫ້ພ້ອມກັນມ່ວນຊື່ນພໍດິບພໍດີ ແຖມດ້ວຍການມີໂຊກລາບ ແລະ ມີໄຊ.

ແນ່ນອນທ້າຍປີ, ຫລາຍສໍານັກງານອົງການທັງພາກລັດ ແລະ ເອກະຊົນ ອາດຈະສະຫລຸບຜົນງານໜຶ່ງປີ ດັ່ງເຄີຍເຮັດ, ແຕ່ໃນໄລຍະນີ້ຈຳເປັນຕ້ອງໄດ້ຈໍາກັດຈໍານວນເພື່ອບໍ່ໃຫ້ຂາດການປະຕິບັດລະບອບແບບ ແຜນວິທີເຮັດວຽກທີ່ຕ້ອງໄດ້ກວດກາຄືນ ແລະ ຖອດຖອນບົດຮຽນເພື່ອສືບຕໍ່ເສີມຂະຫຍາຍຜົນງານດີເດັ່ນ ແລະ ພ້ອມກັນແກ້ໄຂໃຫ້ຕົກໄປຢ່າງເດັດຂາດ. ເມື່ອເວົ້າເຖິງການສະຫລຸບ ກໍຕ້ອງກ້າຫານຂຸດ ແລະຊອກຫາໃຫ້ເລິກຂອດຈໍາກັດຮັດແຄບ, ຄົງຄ້າງເພື່ອຫາທາງແກ້ໄຂ ປັບປຸງໃນປີໃໝ່ ໝາຍຄວາມວ່າຕ້ອງກ້າຮັບຄວາມຈິງສິ່ງທີ່ຈໍາກັດ ວຽກທີ່ເດີນບໍ່ແມ່ນ ແລ່ນບໍ່ສະດວກ, ແຕ່ສຳຄັນວ່າ ຈະກ້າຮັບເອົາຄວາມຈິງໄດ້ຫລືບໍ່?

Dr. Mali's top 5 predictions in ophthalmology for 2022

ປີຜ່ານມາໂດຍລວມແລ້ວ ເຖິງວ່າມີສິ່ງທ້າທາຍ ແລະ ຫຍຸ້ງຍາກຫລາຍປະການປານໃດ, ແຕ່ໂດຍພື້ນ ຖານແລ້ວພວກເຮົາ ກໍປະສົບຜົນສໍາເລັດຄືວຽກງານແຕ່ລະດ້ານບໍ່ໄດ້ຢຸດຈຶ້ງແຕ່ປະການໃດ. ປີໃໝ່ຈະມາເຖິງນີ້ ມີຫລາຍວຽກງານທີ່ພວກເຮົາຈະຕ້ອງເປັນເຈົ້າການ ປະກອບສ່ວນໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 2 ວາລະແຫ່ງຊາດ ແລະ ອື່ນໆ. ເລີ່ມຕົ້ນເດືອນມັງກອນ ກໍ່ເປັນໄລຍະທໍາອິດ ການເປີດຮັບ ນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດສີຂຽວ ແລະ ຈະສືບຕໍ່ໄປ ລວມແລ້ວມີ 3 ໄລຍະ ທີ່ກໍານົດໄວ້ສໍາລັບປີ 2022. ການຜັນຂະຫຍາຍ ຜົນສໍາເລັດ ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນຄວາມເອກອ້າງທະນົງໃຈຂອງທຸກຄົນ ຕ້ອງໄດ້ພ້ອມອອກແຮງປະຕິບັດຢ່າງແຂງແຮງ ເພື່ອໃຫ້ເສັ້ນທາງ ຍຸດທະສາດນີ້ ສ້າງຄວາມມັ່ງຄັ່ງເຂັ້ມແຂງໃຫ້ແກ່ຊາດ, ປະຊາຊົນຮັ່ງມີຂຶ້ນ, ຄວາມທຸກຍາກຕົກໄປໂດຍໄວ, ການພັດທະນາກ້າວໄກ ທັງຮັບປະກັນຄວາມໝັ້ນຄົງ ສີຂຽວ ຍືນຍົງ ເຊິ່ງພວກເຮົາຕ້ອງອົດທົນພະຍາຍາມນໍາໃຊ້ມູນມັງອັນລໍ້າຄ່ານີ້ ໃຫ້ມີປະໂຫຍດຍືນຍົງ.

ປີຜ່ານມາເຮົາເຮັດໄດ້ຫຍັງແດ່ ແລະ ມີຫຍັງຕ້ອງແກ້ໄຂປັບປຸງໄດ້ບົດຮຽນຫຍັງແດ່ເພື່ອພ້ອມກັນກ້າວໄປໜ້າຢ່າງບໍ່ຢຸດຢັ້ງໂດຍການເສີມຂະຫຍາຍມູນເຊື້ອດີງາມ, ເດັດຂາດແກ້ໄຂຂອດຄົງຄ້າງ, ຕ້ອງກ້າແລະ ຕັດສິນໃຈແກ້ໄຂບັນດາຂອດອ່ອນຄົງຄ້າງໃຫ້ສຳເລັດ.