ແຂວງຈຳປາສັກສາມາດປະຕິບັດລາຍຮັບ ປີ 2021 ໄດ້ທັງໝົດ 1.087,28 ຕື້ກີບ

ທ້າຍອາທິດຜ່ານມາ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ເຄື່ອນໄຫວເຮັດ ຊຸກຍູ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານຢູ່ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງຫົວໜ້າພະແນການເງິນຂອງແຂວງ, ພ້ອມດ້ວຍຄະນະນໍາຂະແໜງສາຍຕັ້ງ ແລະ ຄະນະອຳນວຍການວິທະຍາໄລການເງິນພາກໃຕ້ເຂົ້າຮ່ວມ.
ອີງຕາມການລາຍງານຂອງທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນການເງິນແຂວງຈໍາປາສັກໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຄາດຄະເນໝົດປີ 2021 ແລະ ແຜນການປີ 2022, ສຳລັບການຈັດຕັ້ງປະຕິບັດແຜນງົບປະມານຮອດວັນທີ 20 ທັນວາ 2021 ສາມາດປະຕິບັດລາຍຮັບໄດ້ທັງໝົດ 1.087,28 ຕື້ກີບ,ລາຍຮັບປົກະຕິໄດ້ 1.086,35 ຕື້ກີບທຽບໃສ່ແຜນດັດແກ້ເທົ່າກັບ 72,16%, ທຽບໃສ່ໄລຍະດຽວປີກ່ອນຫຼຸດລົງ 1,24%.
ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 659,75 ຕື້ກີບ, ລາຍຮັບປົກກະຕິໄດ້ 658,82 ຕື້ກີບທຽບໃສ່ແຜນດັດແກ້ເທົ່າກັບ 87,42% ທຽບໃສ່ໄລຍະດຽວປີກ່ອນຫຼຸດລົງ 3%, ສ່ວນລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 472,53 ຕື້ກີບທຽບໃສ່ແຜນດັດແກ້ເທົ່າກັບ 56,87%, ທຽບໃສ່ໄລຍະດຽວປີກ່ອນເພີ່ມຂຶ້ນ 0,78%; ດ້ານລາຍຈ່າຍງົບປະມານໃນທົ່ວແຂວງສາມາດປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 556,72 ຕື້ກີບ, ທຽບໃສ່ແຜນດັດແກ້ ເທົ່າກັບ 79,18%, ທຽບໃສ່ໄລຍະດຽວປີກ່ອນຫຼຸດລົງ 0,56%.
ສ່ວນການຄາດຄະເນລາຍຮັບ-ລາຍຈ່າຍງົບປະມານປີ 2021 ລາຍຮັບງົບປະມານຄາດຄະເນຈະໄດ້ທັງໝົດ 1.301,45 ຕື້ກີບເທົ່າກັບ 86,40% ຂອງແຜນດັດແກ້. ໃນນັ້ນ, ລາຍຮັບພູດສູນກາງຄາດຄະເນຈະໄດ້ 683,29 ຕື້ກີບເທົ່າກັບ 90,57% ຂອງແຜນດັດແກ້, ລາຍຮັບພູດທ້ອງຖິ່ນຄາດຄະເນຈະໄດ້ 618,15 ຕື້ກີບເທົ່າກັບ 82,22% ຂອງແຜນດັດແກ້.
ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີລັກສະນະຕັ້ງໜ້າ ແລະ ບັນລຸໄດ້ຕາມແຜນການທີ່ວາງໄວ້, ຮັບ ປະກັນການຄຸ້ມຄອງລາຍຮັບຕາມຖານລາຍຮັບທີ່ມີໃນປັດຈຸບັນ ແລະ ທຸກທ່າແຮງບົ່ມຊ້ອນໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ເພີ່ມຂຶ້ນ.

