ກະຊວງການເງິນ ປະກາດແຕ່ງຕັ້ງຂັ້ນຫົວໜ້າກົມ-ຮອງຫົົວໜ້າກົມ

ວັນທີ 28 ທັນວາ 2021 ທີ່ກົມສ່ວຍສາອາກອນ, ກະຊວງການເງິນ, ໄດ້ປະກາດການຈັດຕັ້ງຂັ້ນຫົວໜ້າກົມ, ຮອງຫົວໜ້າກົມທີ່ຂຶ້ນກັບກະຊວງການເງິນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ມີພະນັກງານຫຼັກແຫຼ່ງຂອງກະຊວງການເງິນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ,ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຫົວໜ້າກົມສ່ວຍສາອາກອນ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ຫົວໜ້າກົມການເງິນຕ່າງປະເທດ, ໂດຍອີງຕາມກົດໝາຍຂອງລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016, ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 10 ທັນວາ 2021, ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 398/ຄຈສພ ລົງວັນທີ 16 ທັນວາ 2021.

ນາຍົກລັດຖະມົນຕີອອກດໍາລັດແຕ່ງຕັ້ງ: ທ່ານ ບຸນປະເສີດ ສີກຸນລະບຸດ ເປັນຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ແຕ່ງຕັ້ງ: ທ່ານ ສຸລິວັດ ສຸວັນນະຈູມຄໍາ ເປັນຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ, ແຕ່ງຕັ້ງ: ທ່ານ ວົງຄໍາແຫງ ວົງທະຈັກ ເປັນຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ.

ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ຂໍ້ຕົກລົງວ່າດ້ວຍຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານໄປຮັບໜ້າທີ່ໃໝ່ ຢູ່ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ອີງຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງການເງິນ.
ລັດຖະມົນຕີກະຊວງການເງິນຕົກລົງແຕ່ງຕັ້ງ: ທ່ານ ປອ ວິໄລທອງ ສຸດທະວິໄລ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ເປັນຜູ້ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນິເວດ ຟອງແສງແກ້ວ ຫົວໜ້າພະແນກຄຸ້ມຄອງລະບົບຂໍ້ມູນຂ່າວສານ ຄັງເງິນແຫ່ງຊາດ ເປັນຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

ໂອກາດນີ້,ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາເພື່ອປະຕິບັດຕາມແຜນດໍາເນີນງານຂອງຄະນະບໍລິຫານງານພັກກະຊວງປະຈໍາປີ 2021 ແລະ ແຜນພັດທະນາຂະແໜງການເງິນ, ພາຍຫຼັງໄດ້ມີການປັບປຸງດໍາລັດວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງກະຊວງການເງິນກໍໄດ້ມີການປັບປຸງກົງຈັກການຈັດຕັ້ງພາຍໃນກະຊວງໃນຫຼາຍກົມໂດຍໄດ້ມີການປັບປ່ຽນຊື່ບາງກົມ, ຍົກສະຖາບັນເປັນກົມ ແລະ ແຍກບາງກົມອອກເພີ່ມ ຕາມພລະບົດບາດສິດ ແລະ ໜ້າທີ່, ຍ້ອນເຫັນໄດ້ເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເພື່ອໃຫ້ມີຄວາມສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່.

ພອມນັ້ນ, ຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃນຄັ້ງນີ້ສືບຕໍ່ປັບປຸງກໍ່ສ້າງຕົນເອງເຮັດຫຼ້ອນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ສ້າງໃຫ້ມີທ່າຫັນປ່ຽນໃໝ່ຢ່າງຮອບດ້ານໃຫ້ເປັນຮູບປະທໍາ ແລະ ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ.