ປີ 2021 ເສດຖະກິດແຂວງເຊກອງ ຂະຫຍາຍຕົວເພີ່ມຂຶ້ນ 3,3%

ແຫລ່ງຂ່າວແຂວງເຊກອງລາຍງານ ລາຍງານວ່າ: ປີ 2021 ເສດຖະກິດ-ສັງຄົມຂອງແຂວງຂະຫຍາຍ ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງ ງານໄຟຟ້າ, ບໍ່ແຮ່ ແລະ ກະສິກໍາ-ປ່າໄມ້.

อาจเป็นรูปภาพของ 1 คน และ กำลังยืน

ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງ (ສພຂ) ເຊກອງຊຸດທີ II ໃນວັນທີ 29 ທັນວານີ້ວ່າ: ປີ 2021 ເປັນປີທໍາອິດຂອງການຈັດ ຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໂດຍສະເພາະການປະ ຕິບັດ 6 ເປົ້າໝາຍ 8 ແຜນງານ 170 ໂຄງການ ໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງ, ປຸກລະດົມສົ່ງເສີມປະຊາຊົນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ທຸກພາກສ່ວນເສດຖະກິດ ລົງ ທຶນເຂົ້າໃສ່ການຜະລິດເປັນສິນຄ້າ ແລະ ການບໍລິການຕ່າງໆຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກແກ່ການຄ້າ ແລະ ການທ່ອງທ່ຽວ ເຮັດໃຫ້ເສດຖະກິດຂະ ຫຍາຍຕົວເພີ່ມຂຶ້ນ 3,3% ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸ 2.210 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 16,9 ລ້ານກີບ ຫລື 1.735 ໂດລາ/ຄົນ/ປີ. ໃນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ເພີ່ມຂຶ້ນ 7,17% ກວມເອົາ 66,54%; ຂະແໜງອຸດສາຫະກໍາເພີ່ມຂຶ້ນ 0,80% ກວມເອົາ 16,07% ແລະ ຂະແໜງບໍລິການ 0,59% ກວມເອົາ 17,40%.